13 ພຣະເຈົ້າຢາເວໄດ້ເຮັດຕາມຄຳພາວັນນາອະທິຖານຂອງໂມເຊ ແລະຝູງກົບທີ່ຢູ່ໃນເຮືອນ, ໃນເດີ່ນບ້ານ ແລະໃນທົ່ງນາກໍຕາຍໄປຈົນໝົດສິ້ນ.
ພວກເຂົາໄດ້ຮັບມອບໝາຍໜ້າທີ່ດັ່ງຕໍ່ໄປນີ້: ຊ່ວຍປະໂຣຫິດທີ່ສືບເຊື້ອສາຍມາຈາກອາໂຣນ ກ່ຽວກັບການນະມັດສະການໃນວິຫານຂອງພຣະເຈົ້າຢາເວ ຮັກສາບົວລະບັດເດີ່ນແລະຫ້ອງຕ່າງໆ ແລະຮັກສາຄວາມສະອາດສິ່ງສັກສິດທຸກຢ່າງໃນວິຫານຂອງພຣະເຈົ້າ;
ພຣະອົງໄດ້ສັ່ງໃຫ້ຝູງຮີ້ນແລະຝູງເຫລືອກມາ ມີຈຳນວນມາກມາຍໄຕ່ຢູ່ທົ່ວປະເທດຂອງພວກເຂົາ.
ຝູງກົບຈະໜີໄປຈາກທ່ານ, ຈາກວັງ, ຈາກບັນດາຂ້າຣາຊການ ແລະຈາກປະຊາຊົນຂອງທ່ານ ແລະມັນຈະຍັງເຫລືອຢູ່ແຕ່ໃນແມ່ນໍ້ານິນເທົ່ານັ້ນ.”
ແລ້ວໂມເຊກັບອາໂຣນກໍອຳລາກະສັດຟາໂຣກັບເມືອ. ໂມເຊໄດ້ພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ໃຫ້ເຊົາໃຊ້ຝູງກົບທໍລະມານກະສັດຟາໂຣ.
ຊາວເອຢິບເອົາກົບຕາຍມາໂຮມໄວ້ເປັນກອງໃຫຍ່ ອັນເປັນເຫດໃຫ້ປະເທດເອຢິບເນົ່າເໝັນທົ່ວໄປ.