Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:11 - ພຣະຄຳພີສັກສິ

11 ຝູງ​ກົບ​ຈະ​ໜີໄປ​ຈາກ​ທ່ານ, ຈາກ​ວັງ, ຈາກ​ບັນດາ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ ແລະ​ມັນ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 8:11
7 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.


ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.


ແລ້ວ​ໂມເຊ​ກັບ​ອາໂຣນ​ກໍ​ອຳລາ​ກະສັດ​ຟາໂຣ​ກັບ​ເມືອ. ໂມເຊ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ເຊົາ​ໃຊ້​ຝູງ​ກົບ​ທໍລະມານ​ກະສັດ​ຟາໂຣ.


ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ໂມເຊ ແລະ​ຝູງ​ກົບ​ທີ່​ຢູ່​ໃນ​ເຮືອນ, ໃນ​ເດີ່ນ​ບ້ານ ແລະ​ໃນ​ທົ່ງນາ​ກໍ​ຕາຍໄປ​ຈົນ​ໝົດ​ສິ້ນ.


ແມ່ນໍ້ານິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ. ມັນ​ຈະ​ເຂົ້າ​ໄປ​ໃນ​ວັງ, ເຂົ້າ​ໄປ​ໃນ​ຫ້ອງ​ນອນ, ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ, ໃນ​ເຮືອນ​ຂອງ​ປະຊາຊົນ ແລະ​ແມ່ນແຕ່​ໃນ​ເຕົາ​ອົບ​ແລະ​ໃນ​ຮາງ​ນວດແປ້ງ.


ໂມເຊ​ຈຶ່ງ​ຕອບ​ກະສັດ​ຟາໂຣ​ວ່າ, “ຂ້ານ້ອຍ​ເຕັມໃຈ​ທີ່​ຈະ​ພາວັນນາ​ອະທິຖານ​ເພື່ອ​ທ່ານ ຂໍ​ທ່ານ​ກຳນົດ​ເວລາ​ໃຫ້​ຂ້ານ້ອຍ​ມາ​ພາວັນນາ​ອະທິຖານ​ສຳລັບ​ທ່ານ​ເອງ, ພວກ​ຂ້າຣາຊການ ແລະ​ປະຊາຊົນ​ຂອງທ່ານ​ໄວ້​ເຖີດ ແລ້ວ​ກົບ​ກໍ​ຈະ​ຖືກ​ໄລ່​ໃຫ້​ໜີໄປ, ມັນ​ຈະ​ໜີໄປ​ໝົດ ແລະ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka