ອົບພະຍົບ 8:1 - ພຣະຄຳພີສັກສິ1 ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊວ່າ, “ຈົ່ງໄປບອກກະສັດຟາໂຣວ່າ ພຣະເຈົ້າຢາເວສັ່ງດັ່ງນີ້: ‘ຈົ່ງປ່ອຍປະຊາຊົນຂອງເຮົາໄປນະມັດສະການເຮົາ. Uka jalj uñjjattʼäta |
ປະຊາຊົນຂອງເຮົາຈະເຊື່ອຟັງສິ່ງທີ່ເຈົ້າກ່າວແກ່ພວກເຂົາ. ແລ້ວເຈົ້າກັບບັນດາຜູ້ນຳຂອງຊາດອິດສະຣາເອນຈົ່ງໄປຫາກະສັດຟາໂຣແຫ່ງເອຢິບ ແລະບອກລາວວ່າ, ‘ພຣະເຈົ້າຢາເວພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດຕໍ່ພວກຂ້ານ້ອຍ. ບັດນີ້ຂໍທ່ານອະນຸຍາດໃຫ້ພວກຂ້ານ້ອຍ ເດີນທາງເປັນໄລຍະສາມວັນສູ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍເຖີດ.’