9 “ຖ້າກະສັດຟາໂຣບອກພວກເຈົ້າໃຫ້ເຮັດການອັດສະຈັນ ຈົ່ງບອກອາໂຣນຈັບເອົາໄມ້ຄ້ອນເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດຟາໂຣ ແລ້ວໄມ້ຄ້ອນເທົ້ານັ້ນກໍຈະກາຍເປັນງູ.”
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂຶ້ນ ແລະພຣະເຈົ້າຢາເວກໍເຮັດໃຫ້ລົມຈາກທິດຕາເວັນອອກ ພັດມາສູ່ປະເທດເອຢິບຕະຫລອດເວັນຕະຫລອດຄືນ. ພໍຮອດຮຸ່ງເຊົ້າ ລົມກໍໄດ້ພັດເອົາຝູງຕັກແຕນມາຢ່າງຫລວງຫລາຍ.
ຈົ່ງຖືໄມ້ຄ້ອນເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດໝາຍສຳຄັນການອັດສະຈັນຕ່າງໆ.”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຖາມໂມເຊວ່າ, “ແມ່ນຫຍັງທີ່ເຈົ້າກຳລັງຖືຢູ່ນັ້ນ?” ໂມເຊຕອບວ່າ, “ແມ່ນໄມ້ຄ້ອນເທົ້າ.”
ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ.
ພຣະອົງຈຶ່ງສັ່ງໂມເຊວ່າ, “ຖິ້ມມັນລົງພື້ນດິນເບິ່ງດູ.” ເມື່ອໂມເຊຖິ້ມໄມ້ຄ້ອນເທົ້ານັ້ນລົງພື້ນດິນ ມັນກໍກາຍເປັນງູ ແລະໂມເຊຈຶ່ງແລ່ນໜີໄປ.
ພຣະເຈົ້າຢາເວໄດ້ບອກໂມເຊແລະອາໂຣນວ່າ,
ດັ່ງນັ້ນ ໂມເຊຈຶ່ງຍົກໄມ້ຄ້ອນເທົ້າຂອງຕົນຂຶ້ນສູ່ສະຫວັນ ແລະພຣະເຈົ້າຢາເວໄດ້ບັນດານໃຫ້ຟ້າຮ້ອງ, ໝາກເຫັບແລະໄຟໄດ້ຕົກລົງມາເທິງໜ້າດິນ. ແລະພຣະເຈົ້າຢາເວໄດ້ບັນດານໃຫ້ໝາກເຫັບດັ່ງຫ່າຝົນຕົກລົງເທິງປະເທດເອຢິບ.
“ຈົ່ງຂໍພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ສຳແດງໝາຍສຳຄັນຢ່າງໜຶ່ງໃຫ້ເຈົ້າເຫັນ. ສິ່ງນັ້ນອາດຈະມາຈາກແດນຄົນຕາຍ ຫລືມາຈາກເທິງສະຫວັນກໍໄດ້.”
ຈົ່ງບອກວ່າ ຕໍ່ໄປນີ້ແມ່ນສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວແກ່ກະສັດແຫ່ງເອຢິບວ່າ, ‘ເຮົາເປັນສັດຕູຂອງເຈົ້າ, ເຈົ້າເປັນແຂ້ຕົວຮ້າຍກາດທີ່ກຳລັງນອນຢູ່ໃນນໍ້າ. ເຈົ້າກ່າວວ່ານໍ້ານິນເປັນຂອງເຈົ້າແລະເຈົ້າສ້າງມັນຂຶ້ນມາ.
ພຣະອົງຕອບພວກເຂົາວ່າ, “ຄົນສະໄໝຊົ່ວ ແລະຄິດທໍລະຍົດຕໍ່ພຣະເຈົ້າສະແຫວງຫາໝາຍສຳຄັນການອັດສະຈັນ ແລະຈະບໍ່ຊົງໂຜດໃຫ້ແກ່ພວກເຂົາ ເວັ້ນໄວ້ແຕ່ໝາຍສຳຄັນຂອງຜູ້ທຳນວາຍໂຢນາ.
ແຕ່ຖ້າເຮົາເຮັດພາລະກິດນັ້ນ ເຖິງພວກເຈົ້າບໍ່ເຊື່ອເຮົາກໍຕາມ ກໍຈົ່ງເຊື່ອໃນພາລະກິດນັ້ນ ເພື່ອພວກເຈົ້າຈະໄດ້ຮູ້ຈັກ ແລະເຊື່ອໝັ້ນວ່າ, ພຣະບິດາເຈົ້າຢູ່ໃນເຮົາ ແລະເຮົາຢູ່ໃນພຣະບິດາເຈົ້າ.”
ພວກຜູ້ນຳຢິວໄດ້ຖາມພຣະອົງວ່າ, “ເຈົ້າຈະສະແດງໝາຍສຳຄັນການອັດສະຈັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການນີ້?”
ພວກເຂົາຈຶ່ງຖາມພຣະອົງວ່າ, “ຖ້າດັ່ງນັ້ນ ມີໝາຍສຳຄັນການອັດສະຈັນອັນໃດທີ່ທ່ານຈະເຮັດ ເພື່ອພວກຂ້ານ້ອຍຈະໄດ້ເຫັນ ແລະຈະໄດ້ເຊື່ອໃນທ່ານ? ທ່ານຈະເຮັດຫຍັງແດ່?