ອົບພະຍົບ 7:5 - ພຣະຄຳພີສັກສິ5 ຊາວເອຢິບຈະຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ກໍຕໍ່ເມື່ອເຮົາໃຊ້ຣິດອຳນາດຂອງເຮົາຕໍ່ສູ້ພວກເຂົາ ແລະນຳຊາວອິດສະຣາເອນອອກໄປຈາກປະເທດຂອງພວກເຂົາເທົ່ານັ້ນ.” Uka jalj uñjjattʼäta |
ໂມເຊເລົ່າສູ່ເຢທະໂຣຟັງທຸກສິ່ງທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ກະສັດຟາໂຣແລະຕໍ່ຊາວເອຢິບ ເພື່ອຊ່ວຍກອບກູ້ເອົາຊາວອິດສະຣາເອນ. ເພິ່ນຍັງໄດ້ເລົ່າເຖິງຄວາມຍາກລຳບາກນາໆປະການ ທີ່ຊາວອິດສະຣາເອນໄດ້ປະເຊີນໃນການເດີນທາງ ແລະເຖິງການທີ່ພຣະເຈົ້າຢາເວໄດ້ໂຜດຊ່ວຍພວກເຂົາໃຫ້ພົ້ນຢ່າງໃດ.
ຈົ່ງບອກປະຊາຊົນໃນທີ່ນັ້ນ ເຖິງສິ່ງທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ກ່າວກ່ຽວກັບພວກເຂົາວ່າ, ‘ເມືອງຊີໂດນເອີຍ ເຮົາເປັນສັດຕູຂອງເຈົ້າ; ປະຊາຊົນຈະສັນລະເສີນເຮົາ ຍ້ອນສິ່ງທີ່ເຮົາໄດ້ເຮັດຕໍ່ເຈົ້າ. ພວກເຂົາຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວເມື່ອເຮົາສະແດງໃຫ້ເຫັນວ່າ ເຮົາບໍຣິສຸດສໍ່າໃດໂດຍລົງໂທດຊາວເມືອງຂອງເຈົ້າ.
ເມື່ອເຮົາສຳແດງໃຫ້ຊົນຊາດທັງຫລາຍ ເຫັນຄວາມສັກສິດຂອງນາມອັນຍິ່ງໃຫຍ່ຂອງເຮົາແລ້ວ ຄືນາມທີ່ພວກເຈົ້າໄດ້ດູຖູກໃນທ່າມກາງພວກເຂົາ; ພວກເຂົາກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າໄດ້ກ່າວດັ່ງນີ້ແຫຼະ. ເຮົາຈະໃຊ້ພວກເຈົ້າເພື່ອສະແດງຕໍ່ໜ້າຊົນຊາດທັງຫລາຍຮູ້ວ່າເຮົາບໍຣິສຸດ.