Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 7:25 - ພຣະຄຳພີສັກສິ

25 ເຈັດ​ວັນ​ຜ່ານໄປ ຫລັງຈາກ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້ານິນ​ກາຍເປັນ​ເລືອດ.

Uka jalj uñjjattʼäta Copia luraña




ອົບພະຍົບ 7:25
5 Jak'a apnaqawi uñst'ayäwi  

ກາດ​ກໍ​ໄປ​ບອກ​ກະສັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ນັ້ນ ແລະ​ຖາມ​ເພິ່ນ​ວ່າ, “ທ່ານ​ຈະ​ເລືອກ​ເອົາ​ຢ່າງ​ໃດ: ເກີດ​ການອຶດຢາກ​ຢູ່​ໃນ​ດິນແດນ​ເປັນ​ເວລາ​ສາມ​ປີ ຫລື​ວ່າ​ປົບໜີ​ຈາກ​ສັດຕູ​ໄລ່​ເປັນ​ເວລາ​ສາມ​ເດືອນ ຫລື​ວ່າ​ເກີດ​ໂຣກ​ລະບາດ​ໃນ​ດິນແດນ​ເປັນ​ເວລາ​ສາມ​ວັນ. ບັດນີ້​ໃຫ້​ທ່ານ​ຄິດ​ເບິ່ງ​ແລະ​ຕອບ​ຂ້ານ້ອຍ​ມາ ເພື່ອ​ຂ້ານ້ອຍ​ຈະ​ໄດ້​ນຳ​ຄຳຕອບ​ຂອງທ່ານ ກັບຄືນ​ໄປ​ບອກ​ພຣະອົງ​ຜູ້​ໄດ້ສົ່ງ​ຂ້ອຍ​ມາ.”


ຊາວ​ເອຢິບ​ເບິ່ງ​ກັນ​ບໍ່​ເຫັນ ແລະ​ບໍ່ມີ​ໃຜ​ໄດ້​ອອກ​ໄປ​ນອກ​ບ້ານ​ໃນ​ໄລຍະ​ນັ້ນ. ແຕ່​ໃນ​ເຂດ​ຂອງ​ຊົນຊາດ​ຊາວ​ອິດສະຣາເອນ​ອາໄສ​ຢູ່​ນັ້ນ ໄດ້​ມີ​ແສງ​ສະຫວ່າງ​ຕາມ​ປົກກະຕິ.


ຊາວ​ເອຢິບ​ທົ່ວ​ປະເທດ​ຕ່າງ​ກໍ​ຂຸດ​ນໍ້າສ້າງ​ຕາມ​ແຄມ​ແມ່ນໍ້ານິນ ຍ້ອນ​ວ່າ​ພວກເຂົາ​ດື່ມ​ນໍ້າ​ຢູ່​ໃນ​ແມ່ນໍ້ານິນ​ບໍ່ໄດ້.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka