Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 7:2 - ພຣະຄຳພີສັກສິ

2 ຈົ່ງ​ບອກ​ອາໂຣນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ ແລະ​ແມ່ນ​ອາໂຣນ​ເອງ ທີ່​ຈະ​ເປັນ​ຜູ້​ບອກ​ກະສັດ​ຟາໂຣ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.

Uka jalj uñjjattʼäta Copia luraña




ອົບພະຍົບ 7:2
13 Jak'a apnaqawi uñst'ayäwi  

ແຕ່​ມີກາອີຢາ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່, ຂ້າພະເຈົ້າ​ຈະ​ຂໍ​ເວົ້າ​ແຕ່​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໃຫ້​ຂ້າພະເຈົ້າ​ເວົ້າ​ເທົ່ານັ້ນ.”


ເຈົ້າ​ຈົ່ງ​ກ່າວ​ແກ່​ລາວ ແລະ​ບອກ​ເລື່ອງ​ຕ່າງໆ​ນັ້ນ​ໃຫ້​ລາວ​ເວົ້າ. ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ກ່າວ ແລະ​ທັງ​ຈະ​ບອກ​ເຈົ້າ​ທັງສອງ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ.


ອາໂຣນ​ຈະ​ເປັນ​ຜູ້​ກ່າວ​ແກ່​ປະຊາຊົນ​ຕາງ​ເຈົ້າ ລາວ​ຈະ​ເປັນ​ຜູ້​ກ່າວ​ຕາງ​ເຈົ້າ. ສ່ວນ​ເຈົ້າ​ຈະ​ເປັນ​ດັ່ງ​ພຣະເຈົ້າ ໂດຍ​ບອກ​ລາວ​ວ່າ​ຄວນ​ກ່າວ​ຫຍັງ​ແດ່.


ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’


ພຣະອົງ​ບອກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ. ຈົ່ງ​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ເຖິງ​ເລື່ອງ​ຕ່າງໆ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.”


ໂມເຊ ແລະ​ອາໂຣນ​ກໍ​ປະຕິບັດ​ຕາມ ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.


ເຢເຣມີຢາ​ເອີຍ ຈົ່ງ​ຕຽມຕົວ​ໄປ​ບອກ​ພວກເຂົາ​ທຸກສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ. ບັດນີ້​ຢ່າ​ສູ່​ຢ້ານກົວ​ພວກເຂົາ ບໍ່​ດັ່ງນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຢ້ານ​ຫລາຍ​ຂຶ້ນ​ຕື່ມ ເມື່ອ​ເຈົ້າ​ຢູ່​ນຳ​ພວກເຂົາ.


ແຕ່​ພຣະເຈົ້າຢາເວ​ກໍ​ຍັງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເວົ້າ​ວ່າ, ເຈົ້າ​ຍັງ​ໜຸ່ມ​ເກີນໄປ ແຕ່​ຈົ່ງ​ໄປ​ຫາ​ປະຊາຊົນ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ໄປ​ພົບ ແລະ​ບອກ​ພວກເຂົາ​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ໃຫ້​ກ່າວ.


ພຣະອົງ​ໄດ້​ກ່າວ​ຕໍ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ຈົດຈຳ​ແລະ​ເອົາໃຈໃສ່​ຢ່າງ​ແທ້ຈິງ​ໃນ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ.


“ມະນຸດ​ເອີຍ ເຮົາ​ຈະ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ເຝົ້າຍາມ​ຊົນຊາດ​ອິດສະຣາເອນ. ເຈົ້າ​ຈະ​ຖ່າຍທອດ​ຄຳ​ຕັກເຕືອນ​ທີ່​ເຮົາ​ໃຫ້​ເຈົ້າ​ສູ່​ພວກເຂົາ​ຟັງ.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ດ້ວຍວ່າ, ຂ້າພະເຈົ້າ​ບໍ່ໄດ້​ທໍ້ຖອຍ ໃນ​ການ​ປະກາດ​ພຣະ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ​ໃຫ້​ພວກທ່ານ​ຮູ້.


ຢ່າ​ຕື່ມ​ສິ່ງໃດ​ສິ່ງໜຶ່ງ​ໃສ່​ສິ່ງ​ທີ່​ຂ້າພະເຈົ້າ​ສັ່ງ ແລະ​ຢ່າ​ຕັດ​ສິ່ງໃດ​ສິ່ງໜຶ່ງ​ອອກ. ຈົ່ງ​ຖື​ຮັກສາ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຊຶ່ງ​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka