Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 7:19 - ພຣະຄຳພີສັກສິ

19 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ໄວ້​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ຕະຫລອດ​ທັງ​ໜອງ​ບຶງ ແລະ​ອ່າງ​ນໍ້າ​ໃນ​ປະເທດ​ເອຢິບ. ແລ້ວ​ນໍ້າ​ໃນ​ບ່ອນ​ທັງໝົດ​ນັ້ນ​ຈະ​ກາຍເປັນ​ເລືອດ ແລະ​ທົ່ວ​ປະເທດ​ກໍ​ຈະ​ມີ​ແຕ່​ເລືອດ ແມ່ນແຕ່​ໃນ​ແອ່ງ​ທີ່​ເຮັດ​ດ້ວຍ​ໄມ້ ແລະ​ໃນ​ໄຫ​ທີ່​ເຮັດ​ດ້ວຍ​ຫີນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 7:19
15 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້ເອີ້ນ​ບ່ອນ​ແຫ້ງ​ນັ້ນ​ວ່າ, “ແຜ່ນດິນ​ໂລກ.” ແລະ​ບ່ອນ​ທີ່​ນໍ້າ​ມາ​ໂຮມກັນ​ນັ້ນ​ວ່າ, “ທະ​ເລ.” ພຣະເຈົ້າ​ໄດ້​ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ເພິ່ນ​ກ່າວ​ຕໍ່​ເກຮາຊິ​ວ່າ, “ໄວໆ! ຈົ່ງ​ຖື​ເອົາ​ໄມ້ເທົ້າ​ຂອງຂ້ອຍ ແລະ​ອອກ​ເດີນທາງ​ໄປ. ຖ້າ​ເຈົ້າ​ພົບ​ໃຜ​ກໍ​ຢ່າ​ຢຸດ​ຖາມ​ສະບາຍ ແລະ​ຖ້າ​ໃຜ​ຖາມ​ສະບາຍ​ເຈົ້າ​ກໍ​ຢ່າ​ເສຍ​ເວລາ​ຕອບ. ຈົ່ງ​ກົງ​ໄປ​ທີ່​ເຮືອນ​ແລະ​ວາງ​ໄມ້ເທົ້າ​ຂອງຂ້ອຍ​ໃສ່​ເທິງ​ເດັກ​ນັ້ນ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ເທິງ​ປະເທດ​ເອຢິບ ເພື່ອ​ນຳ​ເອົາ​ຕັກແຕນ​ມາ. ມັນ​ຈະ​ກິນ​ທຸກໆ​ສິ່ງ​ທີ່​ງອກ​ຂຶ້ນ ແລະ​ທຸກໆ​ສິ່ງ​ທີ່​ເຫຼືອ​ຈາກ​ຖືກ​ໝາກເຫັບ​ທຳລາຍ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ທົ່ວ​ປະເທດ​ເອຢິບ​ຈະ​ມືດ​ໄປ​ໝົດ.”


ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້.


ໂມເຊ​ໄດ້​ເດ່​ມື​ຂອງຕົນ​ອອກ​ໄປ​ສູ່​ທະເລ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ ໃຫ້​ລົມຮ້ອນ​ທາງ​ທິດ​ຕາເວັນອອກ​ພັດ​ທະເລ​ຕະຫລອດ​ຄືນ. ລົມ​ໄດ້​ພັດ​ທະເລ​ຢູ່​ຢ່າງ​ລຽນຕິດ​ຈົນ​ເຫັນ​ພື້ນດິນ​ແຫ້ງ. ນໍ້າ​ໄດ້​ແຍກ​ອອກ​ຈາກ​ກັນ​ເປັນ​ທາງຍ່າງ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ເດ່​ມື​ຂອງ​ເຈົ້າ​ອອກ​ສູ່​ທະເລ ແລະ​ນໍ້າ​ຈະ​ໄຫລ​ມາ​ຖ້ວມ​ຊາວ​ເອຢິບ ພ້ອມ​ທັງ​ລົດຮົບ​ແລະ​ຄົນຂັບ​ຂອງ​ພວກເຂົາ.”


ຖ້າ​ພວກເຂົາ​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ​ທັງສອງ​ເທື່ອ​ແລ້ວ ຍັງ​ບໍ່​ຍອມ​ເຊື່ອ​ເຈົ້າ ແລະ​ບໍ່​ຍອມ​ຟັງ​ເຈົ້າ. ເຈົ້າ​ຈົ່ງ​ໄປ​ຕັກ​ເອົາ​ນໍ້າ​ທີ່​ແມ່ນໍ້ານິນ ແລະ​ເທ​ລົງ​ໃສ່​ດິນ​ແຫ້ງ. ນໍ້າ​ນັ້ນ​ຈະ​ກາຍເປັນ​ເລືອດ​ເທິງ​ດິນ​ແຫ້ງ.”


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ກໍ​ຈະ​ກາຍເປັນ​ຮີ້ນ​ຢູ່​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.”


ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ. ຫລັງຈາກ​ອອກ​ຈາກ​ຕົວເມືອງ​ແລ້ວ ເພິ່ນ​ກໍໄດ້​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ, ໝາກເຫັບ ແລະ​ຝົນ​ຈຶ່ງ​ເຊົາ​ຕົກ.


ຊ່າງ​ຕໍ່າ​ຜ້າແພ ແລະ​ຊ່າງສີມື​ຈະ​ໝົດເນື້ອ​ໝົດຕົວ ແລະ​ຈະ​ເສົ້າໂສກ​ເສຍໃຈ.


ພຣະເຈົ້າຢາເວ​ໂກດຮ້າຍ​ປະຊາຊົນ​ຂອງ​ພຣະອົງ ແລະ​ຢຽດ​ມື​ອອກ​ລົງໂທດ​ພວກເຂົາ​ສາ​ແລ້ວ. ພູ​ທັງຫລາຍ​ຈະ​ສັ່ນສະເທືອນ ແລະ​ຊາກສົບ​ຂອງ​ຄົນຕາຍ​ກໍ​ຈະ​ຖືກ​ປະປ່ອຍ​ໄວ້​ຕາມ​ຖະໜົນ​ຫົນທາງ​ດັ່ງ​ຂີ້ເຫຍື້ອ. ເຖິງປານນັ້ນ ພຣະອົງ​ກໍ​ຍັງ​ບໍ່​ເຊົາ​ໂກດຮ້າຍ ແຕ່​ຍັງ​ຈະ​ຢຽດ​ມື​ອອກ​ເພື່ອ​ລົງໂທດ​ພວກເຂົາ​ຕໍ່ໄປ.


ຂ້າແດ່​ພຣະເຈົ້າຢາເວ ຄົງ​ແມ່ນ​ແມ່ນໍ້າ​ຕ່າງໆ​ນັ້ນ​ບໍ ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ຕ້ອງ​ລົງໂທດ​ໂກດຮ້າຍ? ແມ່ນ​ນໍ້າ​ທະເລ​ທີ່​ໄດ້​ເຮັດ​ໃຫ້​ພຣະອົງ​ກີ້ວໂກດ​ບໍ? ພຣະອົງ​ຜ່ານ​ໄປມາ​ເທິງ​ກ້ອນເມກ​ທັງຫລາຍ​ນັ້ນ ກ້ອນເມກ​ໃນ​ພະຍຸຮ້າຍ​ຄື​ລົດມ້າ​ຂອງ​ພຣະອົງ ຂະນະທີ່​ນຳ​ໄຊຊະນະ​ມາ​ສູ່​ປະຊາຊົນ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka