Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 7:17 - ພຣະຄຳພີສັກສິ

17 ບັດນີ້ ພຣະເຈົ້າຢາເວ​ກ່າວ​ວ່າ, ດ້ວຍ​ເຫດການ​ນີ້ ທ່ານ​ຈະ​ຮູ້ຈັກ​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ເບິ່ງ​ເຖີດ ຂ້ານ້ອຍ​ຈະ​ເອົາ​ໄມ້ຄ້ອນເທົ້າ​ຕີ​ນໍ້າ ແລະ​ນໍ້າ​ກໍ​ຈະ​ກາຍເປັນ​ເລືອດ.

Uka jalj uñjjattʼäta Copia luraña




ອົບພະຍົບ 7:17
30 Jak'a apnaqawi uñst'ayäwi  

ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ​ໄດ້​ໄປ​ຫາ​ກະສັດ​ອາຮາບ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ​ບອກ​ໄວ້​ດັ່ງນີ້: ‘ເນື່ອງຈາກ​ຊາວ​ຊີເຣຍ​ເວົ້າ​ວ່າ ເຮົາ​ເປັນ​ພຣະເຈົ້າຢາເວ​ແຫ່ງ​ພູຜາ ແລະ​ບໍ່ແມ່ນ​ພຣະເຈົ້າ​ແຫ່ງ​ບ່ອນ​ຮາບພຽງ’ ເຮົາ​ຈະ​ໃຫ້​ເຈົ້າ​ມີ​ໄຊຊະນະ​ເໜືອ​ກອງທັບ​ໃຫຍ່​ຂອງ​ພວກເຂົາ ແລ້ວ​ເຈົ້າ​ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ບັດນີ້ ຂໍ​ພຣະອົງ​ຊ່ວຍ​ກູ້​ເອົາ​ພວກ​ຂ້ານ້ອຍ​ຈາກ​ຊາວ​ອັດຊີເຣຍ​ດ້ວຍ​ເຖີດ ເພື່ອ​ວ່າ​ຊົນຊາດ​ຕ່າງໆ​ໃນ​ໂລກ​ຈະ​ຮູ້​ວ່າ ພຣະອົງ​ຊົງ​ເປັນ​ພຣະເຈົ້າຢາເວ​ອົງດຽວ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ.”


ພຣະອົງ​ໄດ້​ປ່ຽນ​ນໍ້າ​ໃຫ້​ກາຍເປັນ​ເລືອດ​ໄຫລ​ນອງ ແລະ​ໄດ້​ເຮັດ​ໃຫ້​ປາ​ຂອງ​ພວກເຂົາ​ຕາຍ​ໝົດກ້ຽງ.


ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄຫລ​ນອງ ຕາມ​ຫ້ວຍຮ່ອງ​ກໍ​ບໍ່ມີ​ນໍ້າ​ໃຫ້​ຊາວ​ເອຢິບ​ດື່ມ.


ຈົ່ງ​ໃຫ້​ພວກເຂົາ​ຮູ້​ວ່າ ພຣະອົງ​ຜູ້​ມີ​ນາມຊື່​ເປັນ​ພຣະເຈົ້າຢາເວ​ພຽງແຕ່​ອົງດຽວ ເປັນ​ຜູ້ປົກຄອງ​ສູງສຸດ​ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້.


ພຣະເຈົ້າຢາເວ​ເປີດເຜີຍ​ພຣະອົງ​ເອງ​ດ້ວຍ​ການຕັດສິນ​ອັນ​ຍຸດຕິທຳ ຄົນຊົ່ວຮ້າຍ​ກໍ​ຖືກ​ຈັບ​ໂດຍ​ສິ່ງ​ທີ່​ຕົນເອງ​ໄດ້​ກະທຳ​ໄວ້.


ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”


ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ເລົ່າ​ສູ່​ພວກ​ລູກຫລານ​ຟັງ​ວ່າ ເຮົາ​ໄດ້​ກະທຳ​ໃຫ້​ຊາວ​ເອຢິບ​ໂງ່ງ່າວ​ພຽງ​ໃດ ເມື່ອ​ເຮົາ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ເຫຼົ່ານັ້ນ. ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ຖ້າ​ພວກເຂົາ​ເຫັນ​ໝາຍສຳຄັນ​ການ​ອັດສະຈັນ​ທັງສອງ​ເທື່ອ​ແລ້ວ ຍັງ​ບໍ່​ຍອມ​ເຊື່ອ​ເຈົ້າ ແລະ​ບໍ່​ຍອມ​ຟັງ​ເຈົ້າ. ເຈົ້າ​ຈົ່ງ​ໄປ​ຕັກ​ເອົາ​ນໍ້າ​ທີ່​ແມ່ນໍ້ານິນ ແລະ​ເທ​ລົງ​ໃສ່​ດິນ​ແຫ້ງ. ນໍ້າ​ນັ້ນ​ຈະ​ກາຍເປັນ​ເລືອດ​ເທິງ​ດິນ​ແຫ້ງ.”


ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ແລ້ວ​ໂມເຊ ແລະ​ອາໂຣນ​ກໍ​ເຮັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ນັ້ນ​ທຸກປະການ ຕໍ່ໜ້າ​ກະສັດ​ຟາໂຣ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ ອາໂຣນ​ໄດ້​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ຕີ​ໜ້າ​ນໍ້າ ແລະ​ນໍ້າ​ກໍ​ກາຍເປັນ​ເລືອດ​ຢູ່​ໃນ​ທຸກໆ​ບ່ອນ​ທີ່​ມີ​ນໍ້າ.


ຊາວ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ຣິດອຳນາດ​ຂອງເຮົາ​ຕໍ່ສູ້​ພວກເຂົາ ແລະ​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ຂອງ​ພວກເຂົາ​ເທົ່ານັ້ນ.”


ເຮົາ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ໜັກ ແລະ​ຈະ​ແກ້ແຄ້ນ​ພວກເຂົາ​ຢ່າງ​ເຕັມທີ່. ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ປະເທດ​ເອຢິບ​ຈະ​ກາຍເປັນ​ທີ່​ຮົກຮ້າງ​ຫວ່າງເປົ່າ. ແລ້ວ​ເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ. ຍ້ອນ​ເຈົ້າ​ໄດ້​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງ​ເຈົ້າ​ແລະ​ເຈົ້າ​ໄດ້​ສ້າງ​ມັນ​ຂຶ້ນ​ມາ


ເມື່ອ​ເຮົາ​ລົງໂທດ​ເອຢິບ​ດັ່ງນີ້​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ເມື່ອ​ເຮົາ​ໄດ້​ຈູດ​ໄຟ​ເຜົາ​ປະເທດ​ເອຢິບ ແລະ​ໜ່ວຍ​ປ້ອງກັນ​ຂອງ​ປະເທດ​ຖືກ​ທຳລາຍ​ໝົດ​ສິ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເມື່ອ​ເຮົາ​ໄດ້​ກະທຳ​ໃຫ້​ປະເທດ​ເອຢິບ​ເປັນ​ດິນແດນ​ຮົກຮ້າງ​ຫວ່າງເປົ່າ ແລະ​ທຳລາຍ​ທຸກຄົນ​ທີ່​ຢູ່​ໃນ​ທີ່ນັ້ນ​ແລ້ວ ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເຮົາ​ຈະ​ເທ​ເລືອດ​ຂອງ​ເຈົ້າ​ອອກ​ໃຫ້​ແຜ່​ໄປ​ຖ້ວມ​ພູ​ແລະ​ໃຫ້​ລົ້ນ​ລຳນໍ້າ.


ດັ່ງນັ້ນ ເຮົາ​ຈະ​ສຳແດງ​ໃຫ້​ຊົນຊາດ​ທັງໝົດ​ເຫັນ​ວ່າ ເຮົາ​ຍິ່ງໃຫຍ່ ແລະ​ບໍຣິສຸດ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຮູ້​ສິ່ງ​ນີ້​ເພາະ​ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ; ບັດນີ້ ເຮົາ​ໄດ້​ເຕົ້າໂຮມ​ພວກເຂົາ ແລະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ຂອງ​ພວກເຂົາ​ເອງ ໂດຍ​ບໍ່ໄດ້​ປະ​ແມ່ນແຕ່​ຜູ້ໜຶ່ງ​ໄວ້​ທາງ​ຫລັງ.


ນີ້​ແຫຼະ​ຄື​ຄຳ​ຕັດສິນ​ຂອງ​ຝູງ​ເທວະດາ​ຜູ້​ອາລັກຂາ​ນັ້ນ. ສະນັ້ນ ຈົ່ງ​ໃຫ້​ຄົນ​ທັງປວງ​ທຸກທີ່​ທຸກບ່ອນ​ຮູ້​ວ່າ ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ຂອງ​ມະນຸດ ແລະ​ໃຫ້​ຮູ້ວ່າ​ພຣະອົງ​ສາມາດ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາມ​ທີ່​ພຣະອົງ​ເລືອກ​ເອົາ​ກໍໄດ້ ເຖິງແມ່ນ​ວ່າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກໍຕາມ.”’


ເຈົ້າ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ ເຈົ້າ​ຈະ​ກິນ​ຫຍ້າ​ເໝືອນ​ງົວ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ເຈົ້າ​ຈະ​ຍອມຮັບ​ວ່າ​ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ທັງຫລາຍ​ຂອງ​ມະນຸດ ແລະ​ຮູ້​ວ່າ​ພຣະອົງ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກ​ເອົາ.”


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ເພິ່ນ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ມີ​ຈິດໃຈ​ເໝືອນ​ສັດ. ເພິ່ນ​ອາໄສ​ຢູ່​ທ່າມກາງ​ຝູງ​ລໍປ່າ, ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ກາງແຈ້ງ ໂດຍ​ບໍ່ມີ​ຫຍັງ​ກັ້ນກາງ​ເພິ່ນ​ຈາກ​ນໍ້າໝອກ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຍອມ​ຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ ແລະ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ພະຍານ​ທັງສອງ​ນີ້ ມີ​ສິດ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ໄວ້ ເພື່ອ​ບໍ່​ໃຫ້​ຝົນ​ຕົກ​ໃນ​ຂະນະທີ່​ພວກເພິ່ນ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ຢູ່​ນັ້ນ ພວກເພິ່ນ​ຍັງ​ມີ​ສິດ​ອຳນາດ​ເຮັດ​ໃຫ້​ນໍ້າ​ກາຍເປັນ​ເລືອດ​ໄດ້ ທັງ​ມີ​ສິດ​ອຳນາດ​ບັນດານ​ໃຫ້​ໄພ​ອັນຕະລາຍ​ທຸກຢ່າງ ທໍລະມານ​ແຜ່ນດິນ​ໂລກ​ໄດ້​ທຸກ​ເວລາ ຕາມ​ຄວາມ​ປາຖະໜາ.


ເມື່ອ​ເທວະດາ​ຕົນ​ທີ​ສອງ​ເປົ່າແກ​ຂຶ້ນ, ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍ​ໃຫຍ່​ທີ່​ໄຟ​ກຳລັງ​ໄໝ້​ຢູ່ ໄດ້​ຖືກ​ຖິ້ມ​ລົງ​ໃນ​ທະເລ ແລະ​ໜຶ່ງ​ສ່ວນ​ສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka