Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 7:16 - ພຣະຄຳພີສັກສິ

16 ແລ້ວ​ຈົ່ງ​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ໃຊ້​ຂ້ານ້ອຍ​ມາ​ເພື່ອ​ບອກ​ໃຫ້​ທ່ານ​ປ່ອຍ​ປະຊາຊົນ​ຂອງ​ພຣະອົງ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ພຣະອົງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ແຕ່​ຈົນ​ບັດນີ້ ທ່ານ​ກໍ​ຍັງ​ບໍ່​ເຊື່ອຟັງ​ພຣະອົງ.

Uka jalj uñjjattʼäta Copia luraña




ອົບພະຍົບ 7:16
18 Jak'a apnaqawi uñst'ayäwi  

ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຮົາ​ໄປ​ນັ້ນ ພຣະເຈົ້າຢາເວ​ໄດ້​ຂ້າ​ລູກຊາຍກົກ​ຫົວປີ​ທັງໝົດ​ຂອງ​ຊາວ​ເອຢິບ​ຄື: ລູກຊາຍກົກ​ຂອງ​ຄົນ​ແລະ​ທັງ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ຄື​ກັນ. ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ຕ້ອງ​ຖວາຍບູຊາ​ລູກຫົວປີ​ຂອງ​ສັດ​ໂຕ​ເຖິກ​ແກ່​ພຣະເຈົ້າຢາເວ, ແຕ່​ສ່ວນ​ລູກຊາຍກົກ​ນັ້ນ ພວກເຮົາ​ໄຖ່​ຄືນ​ໄວ້​ໄດ້.


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຮູ້​ວ່າ ປະຊາຊົນ​ອິດສະຣາເອນ​ໄດ້​ໜີໄປ​ແລ້ວ, ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ກໍ​ປ່ຽນໃຈ​ແລະ​ສອບ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ໄດ້​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໜີໄປ ແລະ​ພວກເຮົາ​ກໍ​ເສຍ​ທາດຮັບໃຊ້​ໄປ​ໝົດ.”


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ແຕ່​ໂມເຊ​ຖາມ​ພຣະເຈົ້າ​ຄືນ​ວ່າ, “ເມື່ອ​ຂ້ານ້ອຍ​ໄປ​ຫາ​ຊາວ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ,’ ພວກເຂົາ​ກໍ​ຈະ​ຖາມ​ຂ້ານ້ອຍ​ວ່າ, ‘ພຣະເຈົ້າ​ອົງ​ທີ່​ໃຊ້​ເຈົ້າ​ມາ​ນັ້ນ​ຊື່​ຫຍັງ?’ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພວກເຂົາ​ວ່າ​ຢ່າງ​ໃດ?”


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ແລ້ວ​ເຈົ້າ​ກໍ​ຕ້ອງ​ບອກ​ກະສັດ​ຟາໂຣ​ວ່າ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ຊາດ​ອິດສະຣາເອນ​ເປັນ​ລູກຊາຍກົກ​ຂອງເຮົາ.


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ປະເທດ​ເອຢິບ​ຢ່າງໜັກ ແລະ​ຈະ​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ມື້ອື່ນ​ແຕ່​ເຊົ້າ​ມືດ ເຈົ້າ​ຈົ່ງ​ໄປ​ພົບ​ກະສັດ​ຟາໂຣ ໃນ​ຂະນະທີ່​ລາວ​ໄປ​ຍັງ​ແມ່ນໍ້າ​ນິນ. ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ ແລະ​ບອກ​ລາວ​ອີກ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ຕັ້ງແຕ່​ເຊົ້າ​ມືດ ແລະ​ບອກ​ລາວ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ເຮົາ​ເອງ​ໄດ້​ປຸກປັ່ນ​ໄຊຣັດ​ໃຫ້​ດຳເນີນການ ເພື່ອ​ສຳເລັດ​ເປົ້າໝາຍ ແລະ​ຈັດ​ໃຫ້​ຖືກຕ້ອງ. ເຮົາ​ຈະ​ເຮັດ​ທາງ​ທຸກ​ເສັ້ນ​ທີ່​ລາວ​ເດີນ​ໄປ​ໃຫ້​ຊື່ ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່​ຄື​ເມືອງ​ຂອງເຮົາ ແລະ​ຈະ​ປ່ອຍ​ຄົນ​ຂອງເຮົາ​ທີ່​ຖືກ​ຈັບ​ໃຫ້​ເປັນ​ເສລີ ບໍ່ມີ​ຜູ້ໃດ​ຈ້າງ​ໃຫ້​ເຮັດ ຫລື​ຈອບອອຍ​ລາວ​ດ້ວຍ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ກ່າວ​ເລື່ອງ​ທັງໝົດ​ເຫຼົ່ານີ້​ໄວ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ປະຊາຊົນ​ອິດສະຣາເອນ ແລະ​ຢູດາ​ໄດ້​ຖືກ​ກົດຂີ່. ຄົນ​ທັງໝົດ​ທີ່​ໄດ້​ຈັບ​ພວກເຂົາ​ໄປ​ນັ້ນ ກຳລັງ​ເຝົ້າເບິ່ງ​ພວກເຂົາ​ຢ່າງ​ໃກ້ຊິດ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ພວກເຂົາ​ໜີໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka