Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 7:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ຕອບ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ດັ່ງ​ພຣະເຈົ້າ​ຕໍ່ໜ້າ​ກະສັດ​ຟາໂຣ ແລະ​ອາໂຣນ​ອ້າຍ​ຂອງ​ເຈົ້າ​ຈະ​ເວົ້າ​ຕໍ່​ກະສັດ​ຟາໂຣ ດັ່ງ​ຜູ້ທຳນວາຍ​ຂອງ​ເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 7:1
11 Jak'a apnaqawi uñst'ayäwi  

ເທວະດາ​ນັ້ນ​ຕອບ​ວ່າ, “ຕົກລົງ ເຮົາ​ຈະ​ບໍ່​ທຳລາຍ​ເມືອງ​ນັ້ນ.


ເອລີຢາ​ນຳ​ເອົາ​ເດັກນ້ອຍ​ລົງ​ມາ​ຫາ​ແມ່​ຂອງ​ລາວ​ທີ່​ຊັ້ນລຸ່ມ ແລະ​ເວົ້າ​ວ່າ, “ນີ້ເດ ລູກຊາຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່.”


ແລ້ວ​ເພິ່ນ​ກໍ​ໃຊ້​ຄົນ​ໄປ​ນຳ​ເອົາ​ເອລີຊາ. ໃນຂະນະ​ດຽວກັນ​ນັ້ນ ເອລີຊາ​ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ກັບ​ບັນດາ​ເຖົ້າແກ່​ບາງຄົນ ທີ່​ໄດ້​ມາ​ຢ້ຽມຢາມ​ເພິ່ນ. ກ່ອນ​ທີ່​ຄົນ​ຂອງ​ກະສັດ​ມາຮອດ ເອລີຊາ​ເວົ້າ​ກັບ​ບັນດາ​ເຖົ້າແກ່​ວ່າ, “ຄາດຕະກອນ​ຄົນ​ນັ້ນ​ກຳລັງ​ສົ່ງ​ຄົນ​ມາ​ສັງຫານ​ຂ້າພະເຈົ້າ ເມື່ອ​ລາວ​ມາຮອດ​ທີ່​ນີ້​ແລ້ວ​ໃຫ້​ອັດ​ປະຕູ​ໄວ້ ຢ່າ​ໃຫ້​ລາວ​ເຂົ້າ​ມາ. ສ່ວນ​ກະສັດ​ເອງ​ຈະ​ຕາມ​ຄົນ​ນີ້​ມາ​ນຳຫລັງ.”


ພຣະອົງ​ໄດ້​ຊົງ​ກະທຳ​ສິ່ງ​ອັດສະຈັນ​ທັງຫຼາຍ​ຕໍ່ໜ້າ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ ໃນ​ດິນແດນ​ເອຢິບ ຄື​ໃນ​ທົ່ງ​ໂຊອານ.


ເຮົາ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ບັນດາ​ພະ​ທັງຫຼາຍ ເປັນ​ພວກ​ລູກຊາຍ​ອົງ​ສູງສຸດ​ທັງໝົດ.’


ຈົ່ງ​ຈົດຈຳ​ໄວ້​ວ່າ ພຣະເຈົ້າຢາເວ​ໄດ້​ປະທານ​ວັນ​ຊະບາໂຕ​ນີ້​ໃຫ້​ແກ່​ພວກເຈົ້າ; ດ້ວຍເຫດນີ້ ໃນ​ມື້​ທີ​ຫົກ​ເຮົາ​ຈຶ່ງ​ໃຫ້​ອາຫານ​ແກ່​ພວກເຈົ້າ​ພໍ​ກິນ​ສຳລັບ​ກຸ້ມ​ສອງ​ວັນ. ແຕ່​ໃນ​ວັນ​ຊະບາໂຕ ທຸກຄົນ​ຈະ​ຕ້ອງ​ຢູ່​ກັບ​ທີ່ ແລະ​ຢ່າ​ໃຫ້​ຜູ້ໃດ​ອອກ​ຈາກ​ເຮືອນ​ຂອງຕົນ.”


ຄົນ​ອາດ​ເວົ້າ​ກັນ​ວ່າ, “ເບິ່ງແມ! ນີ້​ແມ່ນ​ສິ່ງ​ໃໝ່.” ບໍ່ແມ່ນ​ດອກ ຕາມ​ທີ່​ຈິງ​ແລ້ວ ທຸກສິ່ງ​ລ້ວນແຕ່​ເຄີຍ​ໄດ້​ເກີດຂຶ້ນ​ຕັ້ງ​ນານ​ມາ​ແລ້ວ​ທັງສິ້ນ ກ່ອນ​ທີ່​ເຮົາ​ໄດ້​ເກີດ​ມາ.


ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ແລ້ວ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, ‘ຝ່າຍ​ເຮົາ​ຈະ​ພິພາກສາ​ລົງໂທດ ປະເທດ​ທີ່​ພວກເຂົາ​ຮັບໃຊ້​ເປັນ​ຂ້ອຍຂ້າ​ຢູ່​ນັ້ນ ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ຈະ​ອອກ​ມາ​ບົວລະບັດ​ຂາບໄຫວ້​ເຮົາ​ໃນ​ທີ່​ນີ້.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka