Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 6:9 - ພຣະຄຳພີສັກສິ

9 ແລ້ວ​ໂມເຊ​ກໍ​ນຳ​ຖ້ອຍຄຳ​ເຫຼົ່ານີ້​ໄປ​ບອກ​ຊາວ​ອິດສະຣາເອນ, ແຕ່​ເນື່ອງ​ຈາກ​ວ່າ​ຈິດໃຈ​ຂອງ​ພວກເຂົາ​ເປັນທຸກ ທັງ​ອ່ອນ​ເພຍ ແລະ​ເສຍ​ກຳລັງ​ໃຈ ຍ້ອນ​ຖືກ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້​ຢ່າງ​ໂຫດຮ້າຍ​ທາລຸນ. ສະນັ້ນ ພວກເຂົາ​ຈຶ່ງ​ບໍ່​ຍອມ​ເຊື່ອຟັງ​ໂມເຊ.

Uka jalj uñjjattʼäta Copia luraña




ອົບພະຍົບ 6:9
9 Jak'a apnaqawi uñst'ayäwi  

ການ​ໂຕ້ຖຽງ​ຂອງຂ້ອຍ​ບໍ່ແມ່ນ​ກັບ​ຄົນ​ຕາຍ​ເປັນ ຂ້ອຍ​ມີ​ເຫດຜົນ​ພຽງພໍ ທີ່​ຂ້ອຍ​ອົດກັ້ນ​ບໍ່ໄດ້.


ຊາວ​ເອຢິບ​ໄດ້​ບັງຄັບ​ຊາວ​ອິດສະຣາເອນ ໃຫ້​ເຜົາ​ດິນຈີ່ ແລະ​ເຮັດ​ວຽກ​ກໍ່ສ້າງ ທັງ​ເຮັດ​ວຽກ​ໜັກ​ທຸກ​ຊະນິດ​ຢູ່​ຕາມ​ທົ່ງນາ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ແຕ່​ຢ່າງ​ໃດ​ເລີຍ.


ພວກເຮົາ​ບອກ​ທ່ານ​ກ່ອນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ແລ້ວ​ວ່າ ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ ບໍ່ແມ່ນ​ບໍ? ພວກເຮົາ​ໄດ້​ບອກ​ທ່ານ​ແລ້ວ​ວ່າ ຢ່າ​ຫຍຸ້ງກ່ຽວ​ກັບ​ພວກເຮົາ ແລະ​ປ່ອຍ​ໃຫ້​ພວກເຮົາ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ​ຕໍ່ໄປ. ເປັນ​ທາດຮັບໃຊ້​ຢູ່​ພຸ້ນ ກໍ​ດີກວ່າ​ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຊັ່ນນີ້.”


ຕໍ່ມາ​ອີກ​ຫລາຍປີ ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ກໍໄດ້​ຕາຍໄປ, ແຕ່​ເພາະ​ຊາວ​ອິດສະຣາເອນ​ຍັງ​ຕົກ​ເປັນ​ທາດຮັບໃຊ້​ຢູ່ ພວກເຂົາ​ຈຶ່ງ​ຮ້ອງໄຫ້​ຄວນຄາງ​ແລະ​ຮ້ອງ​ຫາ​ຜູ້​ຊ່ວຍເຫລືອ. ສຽງ​ຂໍຮ້ອງ​ຂອງ​ພວກເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ.


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ວ່າ ລາວ​ຈະ​ຕ້ອງ​ປ່ອຍ​ປະຊາຊົນ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.”


ຄົນຊົ່ວ​ຈະ​ຕ້ອງ​ກົ້ມຂາບ​ຄົນ​ຊອບທຳ ແລະ​ຂໍ​ຄວາມ​ເຫັນໃຈ​ຢ່າງ​ນົບນ້ອມ.


ຈິດໃຈ​ຂອງ​ຄົນ​ທົນ​ຕໍ່​ຄວາມ​ເຈັບປ່ວຍ​ໄດ້, ແຕ່​ຜູ້​ທີ່​ມີ​ຈິດໃຈ​ຊອກຊໍ້າ​ຈະ​ທົນ​ໄດ້​ຢ່າງໃດ?


ຊາວ​ອິດສະຣາເອນ​ໄດ້​ອອກ​ຈາກ​ພູເຂົາ​ໂຮເຣ ມຸ້ງໜ້າ​ຕໍ່ໄປ​ຕາມ​ທາງ​ສູ່​ອ່າວ​ອາກາບາ ເພື່ອ​ເດີນທາງ​ອ້ອມ​ໄປ​ທາງ​ເຂດແດນ​ຂອງ​ເອໂດມ. ແຕ່​ໃນ​ເວລາ​ເດີນທາງ​ໄປ​ນັ້ນ ປະຊາຊົນ​ພາກັນ​ໝົດ​ຄວາມ​ອົດທົນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka