ອົບພະຍົບ 6:8 - ພຣະຄຳພີສັກສິ8 ເຮົາຈະນຳພວກເຈົ້າເຂົ້າໄປສູ່ດິນແດນ ທີ່ເຮົາໄດ້ສັນຍາໄວ້ຢ່າງໜັກແໜ້ນນັ້ນວ່າ ຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະຢາໂຄບ; ແລະເຮົາຈະມອບດິນແດນໃຫ້ເປັນກຳມະສິດຂອງພວກເຈົ້າ. ເຮົາແມ່ນພຣະເຈົ້າຢາເວ.”’ Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
ຂໍໃຫ້ລະນຶກເຖິງພວກຜູ້ຮັບໃຊ້ຂອງພຣະອົງເຊັ່ນ: ອັບຣາຮາມ, ອີຊາກ ແລະຢາໂຄບ. ໂຜດລະນຶກເຖິງພັນທະສັນຍາອັນໜັກແໜ້ນ ທີ່ພຣະອົງໄດ້ຕັ້ງໄວ້ກັບພວກເຂົາວ່າ ພຣະອົງຈະໃຫ້ພວກເຂົາມີເຊື້ອສາຍຢ່າງຫລວງຫລາຍ ດັ່ງດວງດາວໃນທ້ອງຟ້າ ແລະຈະໃຫ້ພວກເຂົາໄດ້ດິນແດນທັງໝົດທີ່ພຣະອົງໄດ້ສັນຍາໄວ້ນັ້ນ ເປັນກຳມະສິດຂອງພວກເຂົາຕະຫລອດໄປ.”
ເຮົາໄດ້ນຳພວກເຂົາໄປສູ່ດິນແດນ ຊຶ່ງເຮົາໄດ້ສັນຍາວ່າຈະມອບໃຫ້. ເມື່ອພວກເຂົາໄດ້ເຫັນເນີນພູສູງ ແລະຕົ້ນໄມ້ໃບຂຽວ ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ສິ່ງເຫຼົ່ານັ້ນ. ພວກເຂົາເຮັດໃຫ້ເຮົາໂກດຮ້າຍດ້ວຍເຄື່ອງບູຊາຕ່າງໆທີ່ພວກເຂົາໄດ້ເຜົາ ແລະດ້ວຍເຫຼົ້າອະງຸ່ນທີ່ພວກເຂົາໄດ້ເທລົງເປັນເຄື່ອງບູຊາ.
ແລ້ວໂມເຊກໍໄດ້ເຊີນໂຮບັບ ລູກຊາຍຂອງເຢທະໂຣຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາກຳລັງຈະອອກເດີນທາງໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ບອກໄວ້ວ່າຈະມອບໃຫ້. ພຣະເຈົ້າຢາເວໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນໃຫ້ແກ່ເຈົ້າດ້ວຍ.”