ອົບພະຍົບ 6:7 - ພຣະຄຳພີສັກສິ7 ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ. Uka jalj uñjjattʼäta |
ມີຜູ້ທຳນວາຍຄົນໜຶ່ງໄດ້ໄປຫາກະສັດອາຮາບ ແລະບອກວ່າ, “ພຣະເຈົ້າຢາເວບອກໄວ້ດັ່ງນີ້: ‘ເນື່ອງຈາກຊາວຊີເຣຍເວົ້າວ່າ ເຮົາເປັນພຣະເຈົ້າຢາເວແຫ່ງພູຜາ ແລະບໍ່ແມ່ນພຣະເຈົ້າແຫ່ງບ່ອນຮາບພຽງ’ ເຮົາຈະໃຫ້ເຈົ້າມີໄຊຊະນະເໜືອກອງທັບໃຫຍ່ຂອງພວກເຂົາ ແລ້ວເຈົ້າແລະປະຊາຊົນຂອງເຈົ້າກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ.”
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’