Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 6:6 - ພຣະຄຳພີສັກສິ

6 ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 6:6
46 Jak'a apnaqawi uñst'ayäwi  

ພວກເຈົ້າ​ຕ້ອງ​ນະມັດສະການ​ພຣະເຈົ້າຢາເວ ຜູ້​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ​ດ້ວຍ​ກຳລັງ​ແລະ​ຣິດອຳນາດ​ອັນ​ຍິ່ງໃຫຍ່; ພວກເຈົ້າ​ຕ້ອງ​ກົ້ມຂາບ​ເຮົາ ແລະ​ຖວາຍບູຊາ​ແກ່​ເຮົາ.


ບໍ່ມີ​ຊົນຊາດ​ໃດ​ໃນ​ໂລກນີ້​ທີ່​ເປັນ​ດັ່ງ​ຊາດ​ອິດສະຣາເອນ ຄື​ເປັນ​ຊາດ​ທີ່​ພຣະເຈົ້າ​ໄດ້​ຊົງໄຖ່​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້ ເພື່ອ​ຍົກ​ພວກເຂົາ​ຂຶ້ນ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພາລະກິດ​ອັນ​ຍິ່ງໃຫຍ່ ແລະ​ອັດສະຈັນ​ທີ່​ພຣະອົງ​ໄດ້​ເຮັດ​ເພື່ອ​ພວກເຂົາ​ນັ້ນ ເຮັດ​ໃຫ້​ຊື່ສຽງ​ຂອງ​ພຣະອົງ​ຊ່າລື​ໄປ​ທົ່ວ​ທັງ​ໂລກນີ້. ພຣະອົງ​ໄດ້​ຊົງໄຖ່​ເອົາ​ປະຊາຊົນ​ຂອງ​ພຣະອົງ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ໄດ້​ຂັບໄລ່​ຊົນຊາດ​ອື່ນ​ອອກ​ໜີ​ຕໍ່ໜ້າ​ປະຊາຊົນ​ຂອງ​ພຣະອົງ.


ຄົນ​ເຫຼົ່ານີ້​ເປັນ​ຜູ້ຮັບໃຊ້ ແລະ​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ ດ້ວຍ​ຣິດເດດ​ອັນ​ຍິ່ງໃຫຍ່​ແລະ​ດ້ວຍ​ກຳລັງ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ເມື່ອ​ນໍ້າ​ເຫັນ​ພຣະອົງ​ແລ້ວ​ກໍ​ເກີດ​ຢ້ານກົວ ບ່ອນ​ເລິກ​ໃນ​ທ້ອງ​ທະເລ​ກໍ​ສັ່ນສະເທືອນ​ດ້ວຍ.


ແຕ່​ປະຊາຊົນ​ຂອງເຮົາ​ບໍ່​ຍອມ​ຮັບ​ຟັງ​ເຮົາ​ເລີຍ ຊາວ​ອິດສະຣາເອນ​ບໍ່ເຄີຍ​ເຊື່ອຟັງ​ເຮົາ​ຈັກເທື່ອ.


“ເຮົາ​ໄດ້​ເອົາ​ພາລະໜັກ​ອອກ​ຈາກ​ບ່າ​ພວກເຈົ້າ ເຮົາ​ໄດ້​ໃຫ້​ພວກເຈົ້າ​ວາງ​ຫາບ​ດິນຈີ່​ລົງ​ແລ້ວ.


ເມື່ອ​ມີ​ຄວາມ​ເດືອດຮ້ອນ​ພວກເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ ເຮົາ​ກໍໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ໄດ້​ພົ້ນ. ຈາກ​ທີ່​ລັບລີ້​ມີ​ລົມພະຍຸ ເຮົາ​ໄດ້​ຕອບ​ພວກເຈົ້າ ທີ່​ແມ່ນໍ້າ​ເມຣີບາ ເຮົາ​ໄດ້​ທົດລອງ​ພວກເຈົ້າ.


ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.


ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.


ຕໍ່ໄປ​ພາຍໜ້າ ເມື່ອ​ລູກຫລານ​ຂອງ​ພວກເຈົ້າ​ຖາມ​ວ່າ, ‘ການ​ເຮັດ​ແບບນີ້​ໝາຍຄວາມວ່າ​ຢ່າງ​ໃດ?’ ກໍ​ໃຫ້​ພວກເຈົ້າ​ບອກ​ພວກເຂົາ​ວ່າ, ‘ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າຢາເວ ພຣະອົງ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


ສິ່ງ​ນີ້​ຈະ​ເປັນ​ເຄື່ອງໝາຍ​ຜູກ​ໄວ້​ທີ່​ແຂນ ຫລື​ຄຽນ​ໄວ້​ທີ່​ໜ້າຜາກ​ຂອງ​ພວກເຈົ້າ. ມັນ​ຈະ​ເຕືອນ​ພວກເຮົາ​ວ່າ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ.”’


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ຈົດຈຳ​ວັນນີ້ ເປັນ​ວັນ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ອົບພະຍົບ​ອອກ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ຕົກ​ເປັນ​ທາດຮັບໃຊ້​ນັ້ນ. ວັນ​ນີ້​ເປັນ​ວັນ​ທີ່​ພຣະເຈົ້າຢາເວ ໄດ້​ນຳ​ພວກເຈົ້າ​ອອກ​ມາ​ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່. ສະນັ້ນ ຢ່າ​ກິນ​ເຂົ້າຈີ່​ມີ​ເຊື້ອແປ້ງ​ໃດໆ.


ໂດຍ​ສັດຊື່​ຕໍ່​ພຣະສັນຍາ ພຣະອົງ​ຈຶ່ງ​ໄດ້ ຊ່ວຍກູ້​ແລະ​ນຳພາ​ປະຊາຊົນ​ຂອງ​ພຣະອົງ; ໂດຍ​ກຳລັງ​ອັນ​ສູ້ຊົນ​ຂອງ​ພຣະອົງ ຈຶ່ງ​ນຳ​ພວກເຂົາ​ສູ່​ດິນແດນ​ອັນ​ສັກສິດ​ໄດ້.


ດັ່ງນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ບອກ​ຊາວ​ອິດສະຣາເອນ​ໝົດ​ທຸກຄົນ​ວ່າ, “ໃນ​ຕອນ​ຄໍ່າ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ຄັກ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ເຢທະໂຣ​ພໍ່ເຖົ້າ​ຂອງ​ໂມເຊ ຜູ້​ທີ່​ເປັນ​ປະໂຣຫິດ​ແຫ່ງ​ມີດີອານ​ໄດ້ຍິນ​ເຖິງ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ໂມເຊ ແລະ​ປະຊາຊົນ​ອິດສະຣາເອນ ເມື່ອ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ຢູ່ມາ​ວັນໜຶ່ງ ເມື່ອ​ໂມເຊ​ໃຫຍ່​ແລ້ວ ລາວ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ຄົນ​ທີ່​ເປັນ​ຊົນຊາດ​ດຽວກັນ​ຄື ຊາວ​ເຮັບເຣີ ແລະ​ລາວ​ໄດ້​ເຫັນ​ພວກເຂົາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ຫລາຍ. ລາວ​ຍັງ​ໄດ້​ເຫັນ​ຄົນ​ເອຢິບ​ຜູ້ໜຶ່ງ​ຕົບຕີ​ຄົນ​ເຮັບເຣີ​ຜູ້ໜຶ່ງ ທີ່​ເປັນ​ຊົນຊາດ​ດຽວກັນ​ກັບ​ຕົນ.


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ທົນທຸກ​ຢູ່​ນີ້ ແລະ​ເຮົາ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ຄື: ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.’


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?


ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ເວົ້າ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ


ພຣະອົງ​ບອກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ. ຈົ່ງ​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ເຖິງ​ເລື່ອງ​ຕ່າງໆ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.”


ເຮົາ​ຈະ​ນຳ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ຢ່າງ​ໜັກແໜ້ນ​ນັ້ນ​ວ່າ ຈະ​ມອບ​ໃຫ້​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ແລະ​ເຮົາ​ຈະ​ມອບ​ດິນແດນ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ຫລັງຈາກ​ນັ້ນ ເຮົາ​ຈະ​ລົງໂທດ​ປະເທດ​ເອຢິບ​ຢ່າງໜັກ ແລະ​ຈະ​ນຳ​ປະຊາຊົນ​ເຜົ່າ​ຕ່າງໆ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ.


ຊາວ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ກໍ​ຕໍ່​ເມື່ອ​ເຮົາ​ໃຊ້​ຣິດອຳນາດ​ຂອງເຮົາ​ຕໍ່ສູ້​ພວກເຂົາ ແລະ​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ຂອງ​ພວກເຂົາ​ເທົ່ານັ້ນ.”


ພວກ​ຊີເຣຍ​ຢູ່​ທາງທິດ​ຕາເວັນອອກ ແລະ​ພວກ​ຟີລິດສະຕິນ​ຢູ່​ທາງ​ທິດ​ຕາເວັນຕົກ ຕ່າງ​ກໍ​ອ້າ​ປາກ​ເພື່ອ​ຈະ​ກືນກິນ​ອິດສະຣາເອນ. ເຖິງ​ປານ​ນັ້ນ​ກໍຕາມ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ຍັງ​ບໍ່​ສິ້ນສຸດ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ປະຊາຊົນ​ຂອງ​ເຜົ່າ​ມານາເຊ ແລະ​ຂອງ​ເຜົ່າ​ເອຟຣາອິມ​ໄດ້​ສູ້ຮົບ​ກັນ ແລະ​ພວກເຂົາ​ຮ່ວມກັນ​ໂຈມຕີ​ຢູດາຍ. ເຖິງ​ປານ​ນັ້ນ​ກໍຕາມ ພຣະອົງ​ຍັງ​ບໍ່​ເຊົາ​ໂກດຮ້າຍ, ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ເຮົາ​ຈະ​ຕໍ່ສູ້​ເຈົ້າ​ດ້ວຍ​ຣິດອຳນາດ​ທັງໝົດ​ຂອງເຮົາ, ດ້ວຍ​ຄວາມ​ໂກດຮ້າຍ, ດ້ວຍ​ຄວາມ​ໂມໂຫ ແລະ​ດ້ວຍ​ຄວາມ​ໂກດແຄ້ນ​ຂອງເຮົາ.


“ເຮົາ​ໄດ້​ສ້າງ​ໂລກ, ມະນຸດສະໂລກ ແລະ​ສັດ​ທັງປວງ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້ ດ້ວຍ​ຣິດອຳນາດ​ແລະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງເຮົາ; ເຮົາ​ຈະ​ມອບ​ຣິດອຳນາດ​ນັ້ນ​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ເລືອກເອົາ​ກໍໄດ້.


ໂດຍ​ການ​ອັດສະຈັນ ແລະ​ສິ່ງ​ທີ່​ໜ້າງຶດງໍ້​ຕ່າງໆ ທີ່​ເຫຼົ່າ​ສັດຕູ​ຂອງ​ພວກ​ຂ້ານ້ອຍ​ຢ້ານກົວ​ນັ້ນ ພຣະອົງ​ໄດ້​ໃຊ້​ຣິດທານຸພາບ​ນຳ​ປະຊາຊົນ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ, “ເຮົາ​ມີ​ຊີວິດ​ຢູ່​ຢ່າງ​ແນ່ແທ້​ສັນໃດ ເຮົາ​ຂໍ​ເຕືອນ​ວ່າ ເມື່ອ​ເຮົາ​ໂກດຮ້າຍ​ພວກເຈົ້າ ເຮົາ​ຈະ​ປົກຄອງ​ພວກເຈົ້າ​ດ້ວຍ​ມື​ອັນ​ເຂັ້ມແຂງ ແລະ​ດ້ວຍ​ຣິດອຳນາດ​ທຸກຢ່າງ​ຂອງເຮົາ​ສັນນັ້ນ.


ພຣະເຈົ້າ​ແຫ່ງ​ປະຊາຊົນ​ອິດສະຣາເອນ ໄດ້​ເລືອກ​ເອົາ​ບັນພະບຸລຸດ​ຂອງ​ພວກເຮົາ​ໄວ້ ແລະ​ເຮັດ​ໃຫ້​ພວກເພິ່ນ​ຈະເລີນ​ມີ​ກຽດ​ຫລາຍ​ຂຶ້ນ ຂະນະທີ່​ພວກເພິ່ນ​ຢູ່​ປະເທດ​ເອຢິບ ໃນ​ຖານະ​ຄົນ​ຕ່າງດ້າວ, ພຣະເຈົ້າ​ໄດ້​ນຳ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ


ວັນ​ນີ້ ຈົ່ງ​ຈົດຈຳ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຮຽນຮູ້​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຜ່ານ​ປະສົບການ ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະອົງ. ແມ່ນ​ພວກເຈົ້າ​ທີ່​ມີ​ປະສົບການ​ນີ້ ແລະ​ບໍ່ແມ່ນ​ພວກ​ລູກຫລານ​ຂອງ​ພວກເຈົ້າ. ພວກເຈົ້າ​ໄດ້​ເຫັນ​ພຣະຫັດ​ອັນ​ຊົງ​ຣິດເດດ ແລະ​ແຂນ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ


ຈົ່ງ​ຈົດຈຳ​ໄວ້​ວ່າ​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ມອບ​ຄຳສັ່ງ​ນີ້​ໃຫ້​ແກ່​ພວກເຈົ້າ.


ດ້ວຍ​ຣິດອຳນາດ​ແລະ​ພະລັງ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າຢາເວ​ໄດ້​ນຳພາ​ພວກ​ຂ້ານ້ອຍ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພຣະອົງ​ໄດ້​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຫລາຍ​ປະການ ທັງ​ໄດ້​ເຮັດ​ສິ່ງ​ອັນ​ໜ້າຢ້ານກົວ​ຕ່າງໆ​ອີກ​ດ້ວຍ.


ສະນັ້ນ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ຈະ​ບໍ່​ລືມໄລ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຈົ່ງ​ເຮັດ​ຕາມ​ພຣະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ຢ່າ​ເຮັດ​ຮູບເຄົາຣົບ​ໃດໆ​ສຳລັບ​ຕົນ


ມີ​ພຣະເຈົ້າ​ອົງ​ໃດ​ອີກ​ທີ່​ກ້າ​ໄປ​ເອົາ​ປະຊາຊົນ​ຈາກ​ຊາດ​ອື່ນ ແລະ​ເອົາ​ມາ​ຫລໍ່ຫລອມ​ໃຫ້​ເປັນ​ປະຊາຊົນ​ຂອງຕົນ ເໝືອນ​ດັ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃນ​ປະເທດ​ເອຢິບ? ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ ພຣະອົງ​ໄດ້​ໃຊ້​ຣິດອຳນາດ​ກັບ​ພະລັງ​ອັນ​ຍິ່ງໃຫຍ່​ແລະ​ຣິດເດດ​ຂອງ​ພຣະອົງ; ພຣະອົງ​ໄດ້​ໃຫ້​ໂຣກ​ລະບາດ​ກັບ​ສົງຄາມ​ເກີດຂຶ້ນ, ເຮັດ​ສິ່ງ​ອັດສະຈັນ​ກັບ​ໝາຍສຳຄັນ​ຕ່າງໆ ແລະ​ເຮັດ​ໃຫ້​ສິ່ງ​ອັນ​ໜ້າຢ້ານກົວ​ຍິ່ງ​ເກີດຂຶ້ນ.


ຈົ່ງ​ຈົດຈຳ​ໄວ້​ວ່າ ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ​ຮັບໃຊ້​ຢູ່​ໃນ​ປະເທດ​ເອຢິບ ແລະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ເອົາ​ພວກເຈົ້າ ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ແລະ​ພຣະກຳລັງ. ດ້ວຍເຫດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈຶ່ງ​ສັ່ງ​ພວກເຈົ້າ​ໃຫ້​ຢຶດຖື​ວັນ​ຊະບາໂຕ.


ຈົ່ງ​ໃຫ້​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດ.


ຈົ່ງ​ລະນຶກເຖິງ​ໂຣກ​ລະບາດ​ອັນ​ໜ້າຢ້ານກົວ ຊຶ່ງ​ພວກເຈົ້າ​ໄດ້​ເຫັນ​ກັບ​ຕາ ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ ພ້ອມ​ທັງ​ຣິດທານຸພາບ​ແລະ​ພະລັງ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ​ອອກ​ມາ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ເຫຼົ່ານີ້ ທີ່​ພວກເຈົ້າ​ຢ້ານກົວ​ຢູ່​ໃນ​ເວລາ​ນີ້.


ແຕ່​ພຣະເຈົ້າຢາເວ​ຮັກ​ພວກເຈົ້າ ແລະ​ຕ້ອງການ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ດ້ວຍ​ພຣະຫັດ​ອັນ​ຊົງ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊົງໄຖ່​ພວກເຈົ້າ​ໃຫ້​ອອກ​ຈາກ​ເຮືອນ​ທີ່​ເຈົ້າ​ເປັນ​ທາດ​ຮັບໃຊ້ ອອກ​ຈາກ​ເງື້ອມມື​ຂອງ​ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ.


ເຖິງ​ຢ່າງ​ໃດ​ກໍດີ ປະຊາຊົນ​ເຫຼົ່ານີ້​ແມ່ນ​ພຣະອົງ​ເອງ​ທີ່​ໄດ້​ເລືອກ​ເອົາ​ໃຫ້​ເປັນ​ຂອງ​ພຣະອົງ ແລະ​ແມ່ນ​ພວກ​ທີ່​ພຣະອົງ​ໄດ້​ນຳພາ​ໃຫ້​ອອກ​ມາ​ດ້ວຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ດ້ວຍ​ແຂນ​ອັນ​ຊົງ​ຣິດເດດ​ຂອງ​ພຣະອົງ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka