Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 6:5 - ພຣະຄຳພີສັກສິ

5 ມາບັດນີ້ ເຮົາ​ໄດ້ຍິນ​ສຽງ​ຄວນຄາງ​ຂອງ​ຊາວ​ອິດສະຣາເອນ ຜູ້​ທີ່​ຖືກ​ຊາວ​ເອຢິບ​ບັງຄັບ​ໃຫ້​ເປັນ​ທາດຮັບໃຊ້ ແລະ​ເຮົາ​ໄດ້​ຈົດຈຳ​ພັນທະສັນຍາ​ຂອງເຮົາ.

Uka jalj uñjjattʼäta Copia luraña




ອົບພະຍົບ 6:5
11 Jak'a apnaqawi uñst'ayäwi  

ພຣະເຈົ້າ​ບໍ່ໄດ້​ລືມ​ໂນອາ​ພ້ອມ​ທັງ​ສັດ​ຊະນິດ​ຕ່າງໆ​ທີ່​ຢູ່​ໃນ​ເຮືອ; ພຣະອົງ​ໄດ້​ເຮັດ​ໃຫ້​ມີ​ລົມ​ພັດ​ມາ ແລະ​ນໍ້າ​ກໍ​ບົກ​ລົງ.


ເມື່ອນັ້ນ ເຮົາ​ກໍ​ຈະ​ນຶກ​ເຖິງ​ພັນທະສັນຍາ ທີ່​ເຮົາ​ໃຫ້​ແກ່​ເຈົ້າ ແລະ​ສັດ​ທັງປວງ​ວ່າ ເຮົາ​ຈະ​ບໍ່​ທຳລາຍ​ທຸກສິ່ງ​ທີ່​ມີ​ຊີວິດ​ດ້ວຍ​ນໍ້າ​ອີກ​ຈັກເທື່ອ.


ພຣະອົງ​ຈະ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ສືບໆໄປ ເປັນ​ພຣະສັນຍາ​ສຳລັບ​ຫລາຍ​ຊົ່ວພັນ​ເຊັ່ນຄົນ.


ຕໍ່ມາ​ອີກ​ຫລາຍປີ ກະສັດ​ຟາໂຣ​ແຫ່ງ​ປະເທດ​ເອຢິບ​ກໍໄດ້​ຕາຍໄປ, ແຕ່​ເພາະ​ຊາວ​ອິດສະຣາເອນ​ຍັງ​ຕົກ​ເປັນ​ທາດຮັບໃຊ້​ຢູ່ ພວກເຂົາ​ຈຶ່ງ​ຮ້ອງໄຫ້​ຄວນຄາງ​ແລະ​ຮ້ອງ​ຫາ​ຜູ້​ຊ່ວຍເຫລືອ. ສຽງ​ຂໍຮ້ອງ​ຂອງ​ພວກເຂົາ​ໄດ້​ດັງ​ຂຶ້ນ​ໄປ​ເຖິງ​ພຣະເຈົ້າ.


ພຣະເຈົ້າ​ໄດ້ຍິນ​ສຽງ​ຮ້ອງໄຫ້​ຄວນຄາງ​ຂອງ​ພວກເຂົາ ແລະ​ລະນຶກເຖິງ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ໃຫ້​ໄວ້​ກັບ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ແຕ່​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂມເຊ​ແລະ​ອາໂຣນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ ປະຖິ້ມ​ວຽກ​ຂອງ​ພວກເຂົາ​ໄປ? ຈົ່ງ​ໃຫ້​ພວກ​ທາດຮັບໃຊ້​ເຫຼົ່ານີ້​ກັບຄືນ​ໄປ​ເຮັດ​ວຽກ​ດຽວ​ນີ້!


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ


ພຣະອົງ​ຊົງ​ຊ່ວຍ​ອິດສະຣາເອນ ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ພຣະອົງ​ຊົງ​ຈື່ຈຳ​ພຣະ​ເມດຕາ​ ຂອງ​ພຣະອົງ.


ດັ່ງນັ້ນ ຈຶ່ງ​ຊົງ​ສຳແດງ​ພຣະ​ກະລຸນາ ຊຶ່ງ​ຊົງ​ສັນຍາ​ແກ່​ບັນພະບຸລຸດ​ ຂອງ​ພວກເຮົາ ແລະ​ຊົງ​ລະນຶກເຖິງ​ພັນທະສັນຍາ​ ອັນ​ບໍຣິສຸດ​ຂອງ​ພຣະອົງ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka