ອົບພະຍົບ 6:4 - ພຣະຄຳພີສັກສິ4 ເຮົາຍັງໄດ້ຕັ້ງພັນທະສັນຍາໄວ້ກັບພວກເຂົາໂດຍສັນຍາວ່າ ຈະຍົກດິນແດນການາອານໃຫ້ແກ່ພວກເຂົາ ຄືດິນແດນທີ່ພວກເຂົາອາໄສຢູ່ໃນຖານະເປັນຊາວຕ່າງດ້າວນັ້ນ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ສັນຍາຢ່າງໜັກແໜ້ນກັບບັນພະບຸລຸດຂອງພວກເຈົ້າວ່າ ພຣະອົງຈະຍົກດິນແດນຂອງຊາວການາອານ, ຊາວຮິດຕີ, ຊາວອາໂມ, ຊາວຮີວີ ແລະຊາວເຢບຸດໃຫ້ພວກເຈົ້າ. ເມື່ອພຣະອົງໄດ້ນຳພວກເຈົ້າ ເຂົ້າໄປໃນດິນແດນອັນອຸດົມສົມບູນແລະຮັ່ງມີນັ້ນແລ້ວ ພວກເຈົ້າຕ້ອງສະຫລອງເທດສະການນີ້ທຸກໆປີໃນເດືອນທີໜຶ່ງ.
ແລ້ວໂມເຊກໍໄດ້ເຊີນໂຮບັບ ລູກຊາຍຂອງເຢທະໂຣຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາກຳລັງຈະອອກເດີນທາງໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ບອກໄວ້ວ່າຈະມອບໃຫ້. ພຣະເຈົ້າຢາເວໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນໃຫ້ແກ່ເຈົ້າດ້ວຍ.”