26 ແມ່ນອາໂຣນ ແລະໂມເຊນີ້ເອງ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳພາຄົນໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.”
ດັ່ງນັ້ນ ຈັກກະວານແລະແຜ່ນດິນໂລກ ກັບສັບພະທຸກສິ່ງທັງໝົດທີ່ມີຢູ່ໃນນັ້ນກໍສຳເລັດເສັດສິ້ນ.
ອຳຣາມມີລູກຊາຍສອງຄົນ ດັ່ງນີ້: ອາໂຣນແລະໂມເຊ ແລະລູກສາວຜູ້ໜຶ່ງຊື່ວ່າ ມີຣີອາມ. ອາໂຣນມີລູກຊາຍສີ່ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ.
ດັ່ງຄົນລ້ຽງແກະຜູ້ໜຶ່ງທີ່ນຳປະຊາຊົນຂອງຕົນ ໂດຍມີໂມເຊແລະອາໂຣນເປັນຜູ້ຮັບຜິດຊອບ.
ທັງໂມເຊແລະອາໂຣນຕ່າງກໍເປັນປະໂຣຫິດ ແລະຊາມູເອນກໍໄດ້ເປັນຜູ້ໜຶ່ງທີ່ພາວັນນາອະທິຖານຕໍ່ນາມຊື່ຂອງພຣະອົງ, ຕ່າງກໍໄດ້ຮ້ອງຫາພຣະເຈົ້າຢາເວໃຫ້ຊ່ວຍຊູ ຝ່າຍພຣະອົງກໍໄດ້ຕອບພວກເພິ່ນ.
ຈົ່ງຖືຮັກສາພິທີກິນເຂົ້າຈີ່ ບໍ່ມີເຊື້ອແປ້ງນີ້ໄວ້ ເພາະໃນວັນນີ້ເອງ ທີ່ເຮົາໄດ້ນຳປະຊາຊົນເຜົ່າຕ່າງໆຂອງພວກເຈົ້າອອກໄປຈາກປະເທດເອຢິບ. ຈົ່ງຖືວັນນີ້ເປັນວັນສະຫລອງປະຈຳປີຕະຫລອດໄປທຸກຊົ່ວອາຍຸຄົນ.
ພໍດີສິ້ນປີທີສີ່ຮ້ອຍສາມສິບ ປະຊາຊົນໝົດທຸກເຜົ່າຂອງພຣະເຈົ້າຢາເວ ກໍໄດ້ອອກໄປຈາກປະເທດເອຢິບ.
ໃນວັນນັ້ນເອງ ພຣະເຈົ້າຢາເວໄດ້ນຳຊາວອິດສະຣາເອນເຜົ່າຕ່າງໆອອກໄປຈາກດິນແດນປະເທດເອຢິບ.
ດັ່ງນັ້ນ ພຣະອົງຈຶ່ງນຳພວກເຂົາອ້ອມໄປທາງຖິ່ນແຫ້ງແລ້ງກັນດານ ແລະມຸ້ງໜ້າໄປສູ່ທະເລແດງ. ຊາວອິດສະຣາເອນຕ່າງກໍມີອາວຸດຄົບມືເພື່ອຕຽມສູ້ຮົບ.
“ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຜູ້ທີ່ໄດ້ນຳພາເຈົ້າອອກມາຈາກປະເທດເອຢິບ ບ່ອນທີ່ເຈົ້າຕົກເປັນທາດຮັບໃຊ້.
ເມື່ອປະຊາຊົນອິດສະຣາເອນໄດ້ເຫັນວ່າ ໂມເຊພັກຢູ່ເທິງພູເຂົາດົນນານໂພດ ພວກເຂົາຈຶ່ງໄດ້ເຕົ້າໂຮມກັນອ້ອມອາໂຣນ ແລະເວົ້າຂຶ້ນວ່າ, “ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພວກເຮົາອອກມາຈາກປະເທດເອຢິບ; ສະນັ້ນ ຈົ່ງເຮັດຮູບພະ ໃຫ້ນຳພາພວກເຮົາສາ.”
ແຕ່ໂມເຊໄດ້ວິງວອນຂໍຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງຕົນວ່າ, “ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງໂກດຮ້າຍຢ່າງຮຸນແຮງຕໍ່ປະຊາຊົນຂອງພຣະອົງ ຜູ້ທີ່ພຣະອົງໄດ້ຊ່ວຍກູ້ເອົາອອກມາຈາກປະເທດເອຢິບ ດ້ວຍຣິດເດດອຳນາດອັນຍິ່ງໃຫຍ່ແລະມະຫັດສະຈັນຂອງພຣະອົງ?
ແລ້ວພຣະເຈົ້າຢາເວໄດ້ກ່າວຕໍ່ໂມເຊວ່າ, “ຟ້າວກັບລົງໄປດຽວນີ້ ເພາະປະຊາຊົນຂອງເຈົ້າ ຄືພວກທີ່ເຈົ້າໄດ້ນຳອອກມາຈາກປະເທດເອຢິບນັ້ນໄດ້ເຮັດບາບ ແລະປະຖິ້ມເຮົາສາແລ້ວ.
ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະກະສັດຟາໂຣແຫ່ງເອຢິບວ່າ ເຮົາເປັນຜູ້ສັ່ງພວກເຈົ້າໃຫ້ນຳຊາວອິດສະຣາເອນອອກໄປຈາກດິນແດນຂອງປະເທດເອຢິບ.”
ອຳຣາມໄດ້ໂຢເກເບັດນ້ອງສາວຂອງພໍ່ຕົນມາເປັນເມຍ ແລະນາງໄດ້ເກີດລູກຊາຍໃຫ້ລາວ ດັ່ງນີ້: ອາໂຣນ ແລະໂມເຊ. ອຳຣາມມີອາຍຸຢູ່ຮອດ ໜຶ່ງຮ້ອຍສາມສິບເຈັດປີ.
ເຮົາຈະຮັບເອົາພວກເຈົ້າເປັນປະຊາຊົນຂອງເຮົາ ແລະເຮົາຈະເປັນພຣະເຈົ້າຂອງພວກເຈົ້າ. ພວກເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ເມື່ອເຮົາປົດປ່ອຍພວກເຈົ້າອອກຈາກການເປັນທາດຮັບໃຊ້ໃນປະເທດເອຢິບ.
ຫລັງຈາກນັ້ນ ເຮົາຈະລົງໂທດປະເທດເອຢິບຢ່າງໜັກ ແລະຈະນຳປະຊາຊົນເຜົ່າຕ່າງໆຂອງເຮົາອອກໄປຈາກປະເທດ.
ເຮົາໄດ້ນຳພວກເຈົ້າອອກມາຈາກປະເທດເອຢິບ; ເຮົາໄດ້ກອບກູ້ເອົາພວກເຈົ້າໃຫ້ອອກມາຈາກການເປັນທາດຮັບໃຊ້ ເຮົາໄດ້ໃຊ້ໂມເຊ, ອາໂຣນ ແລະມີຣີອາມ ໃຫ້ນຳພາພວກເຈົ້າ.
ເລື່ອງລາວຕໍ່ໄປນີ້ແມ່ນຊື່ບ່ອນຕ່າງໆ ຊຶ່ງຊາວອິດສະຣາເອນໄດ້ຕັ້ງຄ້າຍພັກອາໄສຢູ່ຫລັງຈາກທີ່ໄດ້ອອກມາຈາກປະເທດເອຢິບຕາມເຜົ່າຂອງໃຜລາວ ພາຍໃຕ້ການນຳພາຂອງໂມເຊແລະອາໂຣນ.
ຕໍ່ມາ ເຮົາໄດ້ໃຊ້ໂມເຊແລະອາໂຣນໄປ ແລະເຮົາໄດ້ນຳເອົາໄພພິບັດອັນໃຫຍ່ຫລວງໄປສູ່ປະເທດເອຢິບ. ແຕ່ເຮົາໄດ້ນຳເອົາພວກເຈົ້າອອກມາ;
ຊາມູເອນກ່າວຕໍ່ໄປອີກວ່າ, “ແມ່ນພຣະເຈົ້າຢາເວທີ່ໄດ້ເລືອກເອົາໂມເຊກັບອາໂຣນ ແລະເປັນຜູ້ນຳພາປູ່ຍ່າຕາຍາຍຂອງພວກເຈົ້າອອກມາຈາກປະເທດເອຢິບ.
ເມື່ອຢາໂຄບແລະຄອບຄົວຂອງເພິ່ນໄດ້ໄປທີ່ປະເທດເອຢິບ ຊາວເອຢິບໄດ້ຂົ່ມເຫັງພວກເພິ່ນ. ຝ່າຍປູ່ຍ່າຕາຍາຍຂອງພວກເຈົ້າກໍໄດ້ຮ້ອງຂໍພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພຣະເຈົ້າຢາເວໄດ້ສົ່ງໂມເຊແລະອາໂຣນໃຫ້ນຳພາພວກເຂົາອອກມາຈາກປະເທດເອຢິບ ຈົນພວກເຂົາໄດ້ມາຕັ້ງຖິ່ນຖານຢູ່ໃນດິນແດນນີ້.