Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 6:23 - ພຣະຄຳພີສັກສິ

23 ອາໂຣນ​ໄດ້​ແຕ່ງງານ​ກັບ​ນາງ​ເອລີເຊບາ ຜູ້​ທີ່​ເປັນ​ລູກສາວ​ຂອງ​ອຳມີນາດາບ ແລະ​ເປັນ​ເອື້ອຍ​ຂອງ​ນາໂຊນ. ນາງ​ເກີດ​ລູກຊາຍ​ສີ່​ຄົນ​ໃຫ້​ລາວ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.

Uka jalj uñjjattʼäta Copia luraña




ອົບພະຍົບ 6:23
19 Jak'a apnaqawi uñst'ayäwi  

ເຊື້ອສາຍ​ຄອບຄົວ​ທີ່​ສືບ​ຈາກ​ຣາມ​ເຖິງ​ເຢຊີ ມີ​ດັ່ງນີ້: ຣາມ​ເປັນ​ພໍ່​ຂອງ​ອຳມີນາດາບ, ອຳມີນາດາບ​ເປັນ​ພໍ່​ຂອງ​ນາໂຊນ, (ບຸກຄົນ​ສຳຄັນ​ຂອງ​ເຜົ່າ​ຢູດາຍ)


ອຳຣາມ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ອາໂຣນ​ແລະ​ໂມເຊ ແລະ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ມີຣີອາມ. ອາໂຣນ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ.


ແລ້ວ​ພຣະເຈົ້າ​ໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ກັບ​ອາໂຣນ, ນາດາບ, ອາບີຮູ, ພ້ອມ​ທັງ​ບັນດາ​ຫົວໜ້າ 70 ຄົນ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຂຶ້ນ​ມາ​ຫາ​ພຣະເຈົ້າຢາເວ​ທີ່​ເທິງ​ພູເຂົາ; ເມື່ອ​ຂຶ້ນ​ມາ​ແລ້ວ​ໃຫ້​ກົ້ມຂາບ​ນະມັດສະການ​ຢູ່​ຫ່າງໆ.


ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະ​ບັນດາ​ຫົວໜ້າ​ເຈັດສິບ​ຄົນ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ພາກັນ​ຂຶ້ນ​ໄປ​ເທິງ​ພູ;


“ຈົ່ງ​ເອີ້ນ​ອາໂຣນ ອ້າຍ​ຂອງ​ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ມາ​ເຊັ່ນ​ວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະ​ອີທາມາ. ຈົ່ງ​ແຍກ​ພວກເຂົາ​ຢູ່​ຕ່າງຫາກ ຈາກ​ປະຊາຊົນ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ສອງ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ພືດຜົນ​ເປັນເມັດ​ທີ່​ເຫຼືອ​ຈາກ​ການ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ມາ​ເຮັດ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ແລະ​ກິນ​ທີ່​ຂ້າງ​ແທ່ນບູຊາ​ເພາະ​ການ​ຖວາຍ​ນີ້​ແມ່ນ​ບໍຣິສຸດ​ທີ່ສຸດ.


ຕໍ່ມາ ໂມເຊ​ໄດ້​ກ່າວ​ກັບ​ອາໂຣນ ແລະ​ເອເລອາຊາ​ແລະ​ອີທາມາ ລູກຊາຍ​ຂອງ​ອາໂຣນ​ວ່າ, “ຢ່າ​ປ່ອຍ​ຜົມ​ໃຫ້​ຫຍຸ້ງ​ຫລື​ຈີກ​ເຄື່ອງນຸ່ງຫົ່ມ ເພື່ອ​ສະແດງ​ວ່າ​ພວກເຈົ້າ​ກຳລັງ​ໄວ້ທຸກ. ຖ້າ​ພວກເຈົ້າ​ເຮັດ ພວກເຈົ້າ​ກໍ​ຈະ​ຕາຍ ແລະ​ພຣະເຈົ້າຢາເວ​ຈະ​ໂກດຮ້າຍ ແລະ​ລົງໂທດ​ຊຸມຊົນ​ທັງໝົດ​ນີ້. ແຕ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຄົນອື່ນໆ​ພາກັນ​ໄວ້ທຸກ ຍ້ອນ​ການ​ຕາຍ​ດ້ວຍ​ໄຟ​ທີ່​ພຣະເຈົ້າຢາເວ​ໄດ້​ສົ່ງ​ມາ.


ທາງດ້ານ​ຕາເວັນອອກ ໃຫ້​ເຜົ່າ​ທີ່​ຢູ່​ພາຍໃຕ້​ທຸງໄຊ​ປະຈຳ​ກອງພົນ​ຢູດາ ຕັ້ງ​ຄ້າຍພັກ​ເປັນ​ໝວດ​ໝູ່​ຕ່າງໆ ຢູ່​ພາຍໃຕ້​ການນຳພາ​ຂອງ​ຫົວໜ້າ​ຂອງ​ພວກເຂົາ​ດັ່ງ​ຕໍ່ໄປນີ້: ເຜົ່າ ຫົວໜ້າ ຈຳນວນ ຢູດາ ນາໂຊນ ລູກຊາຍ​ຂອງ​ອຳມີນາດາບ 74.600 ຄົນ ອິດຊາຄາ ເນທາເນນ ລູກຊາຍ​ຂອງ​ຊູອາ 54.400 ຄົນ ເຊບູໂລນ ເອລີອາບ ລູກຊາຍ​ຂອງ​ເຮໂລນ 57.400 ຄົນ ລວມ: 186.400 ຄົນ ໃຫ້​ກອງພົນ​ຂອງ​ຢູດາ​ຍົກ​ອອກ​ໜ້າ​ກ່ອນ.


ຈົ່ງ​ນຳ​ອາໂຣນ​ແລະ​ເອເລອາຊາ ລູກຊາຍ​ຂອງ​ລາວ​ຂຶ້ນ​ໄປ​ທີ່​ເທິງ​ພູ​ໂຮເຣ


ແລະ​ໂມເຊ​ກໍ​ຖອດ​ເຄື່ອງ​ຕຳແໜ່ງ​ປະໂຣຫິດ​ອອກ​ຈາກ​ອາໂຣນ ແລະ​ສວມ​ໃສ່​ໃຫ້​ເອເລອາຊາ​ຜູ້​ເປັນ​ລູກຊາຍ. ອາໂຣນ​ຕາຍ ຢູ່​ທີ່​ຈອມ​ພູ; ໂມເຊ​ແລະ​ເອເລອາຊາ​ຈຶ່ງ​ກັບ​ລົງ​ມາ.


ໃນ​ຄາວ​ທີ່​ເຮໂຣດ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ ກໍໄດ້​ມີ​ປະໂຣຫິດ​ຜູ້ໜຶ່ງ ຢູ່​ໃນ​ໝວດ​ຂອງ​ປະໂຣຫິດ​ອາບີຢາ​ຊື່​ວ່າ ເຊກາຣີຢາ. ເມຍ​ຂອງ​ເພິ່ນ​ກໍ​ສືບ​ເຊື້ອສາຍ​ມາ​ຈາກ​ປະໂຣຫິດ​ອາໂຣນ​ເໝືອນກັນ​ຊື່​ວ່າ ເອລີຊາເບັດ.


ຕໍ່ມາ ເອເລອາຊາ​ລູກຊາຍ​ຂອງ​ອາໂຣນ​ກໍ​ຕາຍໄປ ແລະ​ຊາກສົບ​ຂອງ​ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ທີ່​ເມືອງ​ກີເບອາ ຊຶ່ງ​ເປັນ​ເມືອງ​ໃນ​ເຂດ​ເນີນພູ​ເອຟຣາອິມ. ເມືອງ​ນີ້​ໄດ້​ຍົກ​ໃຫ້​ເປັນ​ກຳມະສິດ​ຂອງ​ຟີເນຮາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka