Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 6:16 - ພຣະຄຳພີສັກສິ

16 ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ. ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ. ເລວີ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບເຈັດ​ປີ.

Uka jalj uñjjattʼäta Copia luraña




ອົບພະຍົບ 6:16
22 Jak'a apnaqawi uñst'ayäwi  

ອີຊາກ​ໄດ້​ດຳລົງ​ຊີວິດ​ອີກ​ຕໍ່ໄປ​ຈົນເຖິງ 180 ປີ;


ເລວີ​ແລະ​ລູກຊາຍ​ຂອງຕົນ: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ.


ຢາໂຄບ​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ສິບເຈັດ​ປີ ຈົນ​ເພິ່ນ​ມີ​ອາຍຸ​ໜຶ່ງຮ້ອຍ​ສີ່ສິບເຈັດ​ປີ.


ສະນັ້ນ ໂຢເຊັບ​ຈຶ່ງ​ໄດ້​ຕາຍໄປ​ທີ່​ປະເທດ​ເອຢິບ ເມື່ອ​ເພິ່ນ​ອາຍຸ​ໄດ້​ໜຶ່ງຮ້ອຍ​ສິບ​ປີ. ພວກເຂົາ​ໄດ້​ອາບນໍ້າ​ຢາ​ຮັກສາ​ຊາກສົບ​ຂອງ​ເພິ່ນ ແລະ​ບັນຈຸ​ໃສ່​ໂລງສົບ​ເພື່ອ​ເກັບ​ຮັກສາ​ໄວ້.


ກະສັດ​ດາວິດ​ໄດ້​ແບ່ງ​ພວກ​ເລວີ​ອອກ​ເປັນ​ສາມ​ໝວດ ຕາມ​ຕະກຸນ​ຂອງ​ພວກເຂົາ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ພວກ​ເລວີ​ທີ່​ມີ​ໜ້າ​ໃນ​ທີ່ນັ້ນ ມີ​ດັ່ງນີ້: ຈາກ​ຕະກຸນ​ໂກຮາດ, ມາຮາດ ລູກຊາຍ​ຂອງ​ອາມາໄສ ແລະ​ໂຢເອນ​ລູກຊາຍ​ຂອງ​ອາຊາຣີຢາ; ຈາກ​ຕະກຸນ​ເມຣາຣີ, ກີເຊ ລູກຊາຍ​ຂອງ​ອັບດີ ແລະ​ອາຊາຣີຢາ​ລູກຊາຍ​ຂອງ​ເຢຮານເລເລນ; ຈາກ​ຕະກຸນ​ເກໂຊນ, ໂຢອາ ລູກຊາຍ​ຂອງ​ຊິມມາ ແລະ​ເອເດນ​ລູກຊາຍ​ຂອງ​ໂຢອາ


ຍັງ​ມີ​ຊາຍ​ຈາກ​ເຜົ່າເລວີ​ຄົນ​ໜຶ່ງ ທີ່​ໄດ້​ແຕ່ງງານ​ກັບ​ຍິງ​ສາວ​ຢູ່​ໃນ​ເຜົ່າ​ດຽວກັນ


ໂກຮາດ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ ແລະ​ອຸດຊີເອນ. ໂກຮາດ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບສາມ​ປີ.


ອຳຣາມ​ໄດ້​ໂຢເກເບັດ​ນ້ອງສາວ​ຂອງ​ພໍ່​ຕົນ​ມາ​ເປັນ​ເມຍ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ລາວ ດັ່ງນີ້: ອາໂຣນ ແລະ​ໂມເຊ. ອຳຣາມ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບ​ເຈັດ​ປີ.


ໂກຣາ ລູກຊາຍ​ຂອງ​ອີຊະຮາ ຊາວ​ເລວີ​ຢູ່​ໃນ​ຕະກຸນ​ໂກຮາດ ກໍ​ໄດ້​ຍົກຍໍ​ຕົວຂຶ້ນ​ກະບົດ​ຕໍ່​ໂມເຊ. ສະມາຊິກ​ໃນ​ເຜົ່າ​ຣູເບັນ​ສາມ​ຄົນ​ຄື: ດາທານ, ອາບີຣາມ ລູກຊາຍ​ຂອງ​ເອລີອາບ ແລະ​ອອນ​ລູກຊາຍ​ຂອງ​ເປເລັດ


ສ່ວນ​ເຜົ່າ​ເລວີ​ນັ້ນ​ປະກອບ​ດ້ວຍ​ຕະກຸນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ເລວີ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເກໂຊນ, ໂກຮາດ ແລະ​ເມຣາຣີ ຜູ້​ທີ່​ເປັນ​ປູ່ຍ່າຕາຍາຍ​ຂອງ​ຕະກຸນ​ຕ່າງໆ​ທີ່​ໃສ່​ຊື່​ຂອງ​ພວກເຂົາ. ເກໂຊນ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ລິບນີ​ແລະ​ຊີເມອີ; ໂກຮາດ​ມີ​ລູກຊາຍ​ສີ່ ຄົນ​ດັ່ງນີ້: ອຳຣາມ, ອີຊະຮາ, ເຮັບໂຣນ, ອຸດຊີເອນ ແລະ​ເມຣາຣີ​ມີ​ລູກຊາຍ​ສອງ​ຄົນ ດັ່ງນີ້: ມາຮະລີ​ແລະ​ມູຊີ. ພວກເຂົາ​ເປັນ​ປູ່ຍ່າຕາຍາຍ​ຂອງ​ບັນດາ​ຄອບຄົວ​ທັງຫລາຍ​ທີ່​ໃສ່​ຊື່​ຂອງ​ພວກເຂົາ.


ຕະກຸນ​ຂອງ​ເກໂຊນ​ມີ​ຄອບຄົວ​ຂອງ​ລິບນີ​ແລະ​ຊີເມອີ.


ການ​ໃຊ້​ສະຫລາກ​ຄັ້ງ​ທຳອິດ​ໄດ້​ຕົກ​ຖືກ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ໂກຮາດ. ສ່ວນ​ຄອບຄົວ​ທີ່​ມາ​ແຕ່​ເຊື້ອສາຍ​ຂອງ​ປະໂຣຫິດ​ອາໂຣນ​ນັ້ນ​ໄດ້​ຮັບ 13 ຕົວເມືອງ ຈາກ​ເຂດແດນ​ສ່ວນ​ຕ່າງໆ​ຂອງ​ຢູດາ, ຊີເມໂອນ ແລະ​ເບັນຢາມິນ.


ຕະກຸນ​ເກໂຊນ​ໄດ້​ຮັບ 13 ຕົວເມືອງ ຈາກ​ເຂດແດນ​ຂອງ​ເຜົ່າ​ອິດຊາຄາ, ອາເຊ, ເນັບທາລີ ແລະ​ມານາເຊ​ຕາເວັນອອກ.


ຈາກ​ຕະກຸນ​ຊີເມໂອນ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ເລວີ ມີ​ໜຶ່ງໝື່ນ​ສອງພັນ​ຄົນ, ຈາກ​ຕະກຸນ​ອິດຊາຄາ ມີ​ໜຶ່ງໝື່ນ​ສອງພັນ​ຄົນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka