Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 6:14 - ພຣະຄຳພີສັກສິ

14 ຣູເບັນ​ຜູ້​ເປັນ​ລູກຊາຍກົກ​ຂອງ​ຢາໂຄບ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ; ພວກເຂົາ​ໄດ້​ເປັນ​ບັນພະບຸລຸດ​ຂອງ​ເຜົ່າ​ຕ່າງໆ ທີ່​ໄດ້​ໃສ່​ຊື່​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña




ອົບພະຍົບ 6:14
17 Jak'a apnaqawi uñst'ayäwi  

ເລວີ​ແລະ​ລູກຊາຍ​ຂອງຕົນ: ເກໂຊນ, ໂກຮາດ ແລະ​ເມຣາຣີ.


ແລະ​ພວກ​ລູກຊາຍ​ຂອງ​ຣູເບັນ​ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ.


ບຸກຄົນ​ດັ່ງ​ຕໍ່ໄປນີ້​ແມ່ນ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ​ມີ​ດັ່ງນີ້: ເອເຟ, ອີຊີ, ເອລີເອນ, ອາຊະຣິເອນ, ເຢເຣມີຢາ, ໂຮດາວີຢາ ແລະ​ຢາດີເອນ. ພວກເຂົາ​ທັງໝົດ​ເປັນ​ທະຫານ​ທີ່​ເກັ່ງກ້າ​ແລະ​ເປັນ​ຜູ້ນຳ​ຕະກຸນ​ທີ່​ມີ​ຊື່ສຽງ​ດີ.


ຣູເບັນ​ລູກຊາຍກົກ​ຂອງ​ຢາໂຄບ​ມີ​ລູກຊາຍ​ສີ່​ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະ​ການໝີ.


ໂຕລາ​ມີ​ລູກຊາຍ​ຫົກ​ຄົນ ດັ່ງນີ້: ອຸດຊີ, ເຣຟາອີຢາ, ເຢຣິເອນ, ຢາມາຍ, ອີບສາມ ແລະ​ເຊມູເອນ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ​ໂຕລາ​ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ໃນ​ສະໄໝ​ຂອງ​ກະສັດ​ດາວິດ ເຊື້ອສາຍ​ຂອງ​ພວກເຂົາ​ມີ​ຊາວສອງພັນ​ຫົກຮ້ອຍ​ຄົນ.


ເບລາ​ມີ​ລູກຊາຍ​ຫ້າ​ຄົນ ດັ່ງນີ້: ເອຊະໂບນ, ອຸດຊີ, ອຸດຊີເອນ, ເຢຣິໂມດ ແລະ​ອີຣິ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ຕະກຸນ ແລະ​ເປັນ​ທະຫານ​ທີ່​ມີ​ຊື່ສຽງ​ດີ. ຊາຍ​ສະກັນ​ໃນ​ເຊື້ອສາຍ​ຂອງ​ພວກເຂົາ​ທີ່​ເປັນ​ທະຫານ​ໄດ້​ມີ​ຊາວສອງພັນ​ສາມສິບສີ່​ຄົນ.


ເຊື້ອສາຍ​ຂອງ​ເອຮຸດ ມີ​ດັ່ງນີ້: ນາອາມານ, ອາຮີຢາ, ເກຣາ. ພວກເຂົາ​ເປັນ​ຫົວໜ້າ​ຄອບຄົວ​ທີ່​ອາໄສ​ຢູ່​ໃນ​ເກບາ ແຕ່​ຖືກ​ບັງຄັບ​ໃຫ້​ອອກ​ໄປ​ອາໄສ​ຢູ່​ທີ່​ມານາຮາດ. ເກຣາ ພໍ່​ຂອງ​ອຸດຊາ​ແລະ​ອາຮີຮຸດ​ໄດ້​ເປັນ​ຜູ້​ນຳພາ​ໃນ​ການ​ຍົກຍ້າຍ​ເທື່ອ​ນີ້.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ແລະ​ອາໂຣນ​ດັ່ງນີ້: “ຈົ່ງ​ບອກ​ຊາວ​ອິດສະຣາເອນ ແລະ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ວ່າ ເຮົາ​ເປັນ​ຜູ້​ສັ່ງ​ພວກເຈົ້າ​ໃຫ້​ນຳ​ຊາວ​ອິດສະຣາເອນ​ອອກ​ໄປ​ຈາກ​ດິນແດນ​ຂອງ​ປະເທດ​ເອຢິບ.”


ເອເລອາຊາ ລູກຊາຍ​ຂອງ​ອາໂຣນ ໄດ້​ລູກສາວ​ຄົນ​ໜຶ່ງ​ຂອງ​ປູຕີເອນ​ມາ​ເປັນ​ເມຍ; ແລະ​ນາງ​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ລາວ​ຊື່​ວ່າ ຟີເນຮາ. ຄົນ​ເຫຼົ່ານີ້​ເປັນ​ຫົວໜ້າ​ຄອບຄົວ​ຕ່າງໆ ແລະ​ເປັນ​ຕະກຸນ​ຕ່າງໆ​ຂອງ​ເຜົ່າ​ເລວີ.


ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເອີ້ນ​ຊຸມຊົນ​ອິດສະຣາເອນ​ທັງໝົດ​ມາ ແລະ​ໄດ້​ຈົດ​ຊື່​ພວກເຂົາ​ທັງໝົດ​ຕາມ​ຕະກຸນ ແລະ​ຕາມ​ຄອບຄົວ. ຜູ້ຊາຍ​ອິດສະຣາເອນ​ທຸກຄົນ ຕັ້ງແຕ່​ອາຍຸ​ຊາວ​ປີ​ຂຶ້ນ​ໄປ​ໄດ້​ຖືກ​ຈົດ​ຊື່ ແລະ​ຖືກ​ນັບ​ໄວ້


ເຜົ່າ​ຊີເມໂອນ​ປະກອບ​ດ້ວຍ​ຕະກຸນ​ເນມູເອນ, ຢາມິນ, ຢາກິນ,


ໂມເຊ​ໄດ້​ມອບ​ດິນແດນ​ສ່ວນ​ໜຶ່ງ​ໃຫ້​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຣູເບັນ ເພື່ອ​ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ.


ແມ່ນໍ້າ​ຈໍແດນ​ເປັນ​ຊາຍແດນ​ທິດ​ຕາເວັນຕົກ​ຂອງ​ເຜົ່າ​ຣູເບັນ. ອັນ​ນີ້​ແມ່ນ​ເມືອງ​ຕ່າງໆ ທີ່​ໄດ້​ມອບ​ໃຫ້​ເປັນ​ກຳມະສິດ​ຂອງ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຣູເບັນ.


ຕໍ່ໄປນີ້​ແມ່ນ​ການ​ແບ່ງປັນ​ດິນແດນ​ການາອານ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ​ໃຫ້​ປະຊາຊົນ​ອິດສະຣາເອນ. ປະໂຣຫິດ​ເອເລອາຊາ, ໂຢຊວຍ​ລູກຊາຍ​ຂອງ​ນູນ ແລະ​ບັນດາ​ຫົວໜ້າ​ຄອບຄົວ​ຂອງ​ຊາວ​ອິດສະຣາເອນ​ໃນ​ເຜົ່າ​ຕ່າງໆ ໄດ້​ແບ່ງປັນ​ດິນແດນ​ນີ້​ໃຫ້​ແກ່​ພົນລະເມືອງ​ຂອງ​ພວກເຂົາ.


ປະໂຣຫິດ​ເອເລອາຊາ, ໂຢຊວຍ ລູກຊາຍ​ຂອງ​ນູນ ແລະ​ພວກ​ຫົວໜ້າ​ຄອບຄົວ​ຕ່າງໆ​ໃນ​ບັນດາ​ເຜົ່າ​ແຫ່ງ​ຊາດ​ອິດສະຣາເອນ ໄດ້​ຮັບ​ມອບໝາຍ​ດິນແດນ​ເຫຼົ່ານີ້​ໂດຍ​ການ​ໃຊ້​ສະຫລາກ ຕໍ່ໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ຊີໂລ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ. ດ້ວຍ​ການ​ກະທຳ​ດັ່ງ​ທີ່​ໄດ້​ກ່າວ​ມາ​ນີ້ ພວກເຂົາ​ຈຶ່ງ​ໄດ້​ແບ່ງປັນ​ດິນແດນ​ເປັນ​ທີ່​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka