13 ພຣະເຈົ້າຢາເວໄດ້ສັ່ງໂມເຊ ແລະອາໂຣນດັ່ງນີ້: “ຈົ່ງບອກຊາວອິດສະຣາເອນ ແລະກະສັດຟາໂຣແຫ່ງເອຢິບວ່າ ເຮົາເປັນຜູ້ສັ່ງພວກເຈົ້າໃຫ້ນຳຊາວອິດສະຣາເອນອອກໄປຈາກດິນແດນຂອງປະເທດເອຢິບ.”
ພຣະອົງຈະສັ່ງໃຫ້ຝູງເທວະດາມາຄຸ້ມຄອງ ເພື່ອປົກປ້ອງຮັກສາທຸກບ່ອນທີ່ເຈົ້າໄປນັ້ນ.
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.”
ຣູເບັນຜູ້ເປັນລູກຊາຍກົກຂອງຢາໂຄບມີລູກຊາຍສີ່ຄົນ ດັ່ງນີ້: ຮານົກ, ປານລູ, ເຮຊະໂຣນ ແລະການໝີ; ພວກເຂົາໄດ້ເປັນບັນພະບຸລຸດຂອງເຜົ່າຕ່າງໆ ທີ່ໄດ້ໃສ່ຊື່ຂອງພວກເຂົາ.
ແມ່ນອາໂຣນ ແລະໂມເຊນີ້ເອງ ທີ່ພຣະເຈົ້າຢາເວໄດ້ບອກວ່າ, “ຈົ່ງນຳພາຄົນໃນເຜົ່າຕ່າງໆຂອງຊາດອິດສະຣາເອນ ອອກໄປຈາກປະເທດເອຢິບ.”
ໃຫ້ລາວຢືນຢູ່ຕໍ່ໜ້າປະໂຣຫິດເອເລອາຊາ ແລະ ຊຸມຊົນທັງໝົດ ແລະໃນທີ່ນັ້ນຈົ່ງປະກາດແຕ່ງຕັ້ງລາວຕໍ່ໜ້າພວກເຂົາໃຫ້ເປັນຜູ້ສືບທອດຕຳແໜ່ງແທນເຈົ້າ.
ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍ ແລະປະກາດແຕ່ງຕັ້ງລາວໃຫ້ເປັນຜູ້ສືບທອດຕຳແໜ່ງແທນຕົນ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງເພິ່ນໄວ້ທຸກປະການ.
ແລ້ວເວົ້າຕໍ່ພຣະອົງວ່າ, “ຖ້າທ່ານເປັນພຣະບຸດຂອງພຣະເຈົ້າ ຈົ່ງໂດດລົງເບິ່ງດູ ເພາະມີຄຳຂຽນໄວ້ໃນພຣະຄຳພີວ່າ, ‘ພຣະເຈົ້າຈະສັ່ງຝູງເທວະດາ ເຖິງເລື່ອງທ່ານ ຝູງເທວະດາຈະໃຊ້ມືຂອງເພິ່ນ ອູ້ມທ່ານໄວ້ ແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ ຖືກກ້ອນຫີນ.”’
ແລ້ວພຣະເຈົ້າຢາເວກໍໄດ້ບອກໂມເຊວ່າ, “ເຈົ້າຈະມີຊີວິດຢູ່ອີກບໍ່ດົນ. ຈົ່ງເອີ້ນໂຢຊວຍໄປທີ່ຫໍເຕັນບ່ອນຊຸມນຸມເພື່ອວ່າເຮົາຈະໄດ້ແນະນຳລາວ.” ໂມເຊແລະໂຢຊວຍກໍໄດ້ພາກັນໄປທີ່ຫໍເຕັນບ່ອນຊຸມນຸມ.
ຕີໂມທຽວລູກຂອງເຮົາເອີຍ, ເຮົາຂໍມອບຄຳແນະນຳນີ້ແກ່ເຈົ້າ ຕາມທີ່ມີຄຳທຳນວາຍກ່າວໄວ້ກ່ຽວກັບເຈົ້າເມື່ອກ່ອນນັ້ນ ຈົ່ງໃຊ້ຖ້ອຍຄຳເຫຼົ່ານັ້ນເປັນອາວຸດ ເພື່ອຕໍ່ສູ້ດ້ວຍໃຈກ້າຫານ.
ເຮົາສັ່ງເຈົ້າຕໍ່ພຣະພັກພຣະເຈົ້າ ແລະ ພຣະຄຣິດເຈົ້າເຢຊູ ແລະ ຝູງເທວະດາທີ່ຊົງເລືອກໄວ້ແລ້ວນັ້ນ ໃຫ້ເຈົ້າຮັກສາລະບຽບເຫຼົ່ານີ້ໄວ້ ໂດຍບໍ່ເຫັນແກ່ໜ້າຜູ້ໃດ ແລະບໍ່ເຮັດການໃດໆດ້ວຍໃຈລຳອຽງ.
ເຮົາສັ່ງເຈົ້າຕໍ່ໜ້າພຣະເຈົ້າ ຜູ້ຊົງບັນດານໃຫ້ສິ່ງທັງປວງມີຊີວິດ ແລະຕໍ່ໜ້າພຣະຄຣິດເຈົ້າເຢຊູຜູ້ໄດ້ຊົງເປັນພະຍານ ເຖິງຄຳປະຕິຍານອັນດີຕໍ່ໜ້າປົນທຽວປີລາດ
ຈົ່ງສັ່ງເນັ້ນຄົນທີ່ຮັ່ງມີສີສຸກຝ່າຍວັດຖຸສິ່ງຂອງແຫ່ງໂລກນີ້ ຢ່າໃຫ້ເຂົາເປັນຄົນອວດອົ່ງທະນົງຕົວ ຢ່າໃຫ້ເຂົາມອບຄວາມຫວັງໄວ້ໃນສິ່ງອະນິຈັງ, ແຕ່ມອບໄວ້ໃນພຣະເຈົ້າ ອົງຊົງໂຜດໃຫ້ສັບພະທຸກສິ່ງຢ່າງບໍຣິບູນແກ່ເຮົາທັງຫລາຍ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ.
ບໍ່ມີທະຫານຄົນໃດເມື່ອເຂົ້າປະຈຳການແລ້ວ ຈະຫຍຸ້ງກ່ຽວກັບການງານຝ່າຍພົນລະເຮືອນ. ດ້ວຍວ່າ, ເຂົາຕ້ອງເຮັດໃຫ້ຜູ້ທີ່ເກນຕົນໄດ້ຮັບຄວາມພໍໃຈ.
ເຮົາສັ່ງເຈົ້າຢູ່ຊ້ອງພຣະພັກພຣະເຈົ້າ ແລະຢູ່ຊ້ອງພຣະພັກພຣະຄຣິດເຈົ້າເຢຊູ ຜູ້ຈະຊົງພິພາກສາທັງຄົນເປັນແລະຄົນຕາຍ ໂດຍອ້າງເຖິງການທີ່ພຣະອົງຈະຊົງສ່ອງສະຫວ່າງມາປາກົດ ແລະອ້າງເຖິງຣາຊອານາຈັກຂອງພຣະອົງວ່າ,