ອົບພະຍົບ 6:12 - ພຣະຄຳພີສັກສິ12 ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.” Uka jalj uñjjattʼäta |
ຂ້າພະເຈົ້າເວົ້າຂຶ້ນວ່າ, “ຂ້ານ້ອຍໝົດຫວັງສາແລ້ວ ເຄາະກຳເປັນຂອງຂ້ານ້ອຍສາແລ້ວ ຍ້ອນຄຳເວົ້າທຸກຄຳທີ່ອອກຈາກປາກຂອງຂ້ານ້ອຍນັ້ນລ້ວນແຕ່ຊົ່ວມົວໝອງ ຂ້ານ້ອຍໄດ້ອາໄສຢູ່ນຳຊົນຊາດທີ່ເວົ້າແຕ່ສິ່ງຊົ່ວຊ້າ. ບັດນີ້ຂ້ານ້ອຍໄດ້ເຫັນກະສັດ ຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກັບຕາຂອງຂ້ານ້ອຍເອງແລ້ວ.”