ອົບພະຍົບ 6:1 - ພຣະຄຳພີສັກສິ1 ແລ້ວພຣະເຈົ້າຢາເວກໍໄດ້ຕອບໂມເຊວ່າ, “ບັດນີ້ ເຈົ້າຈະໄດ້ເຫັນສິ່ງທີ່ເຮົາຈະເຮັດຕໍ່ກະສັດຟາໂຣ. ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ປ່ອຍປະຊາຊົນຂອງເຮົາໄປ. ຕາມຄວາມຈິງແລ້ວ ເຮົາຈະໃຊ້ຣິດອຳນາດບັງຄັບລາວ ໃຫ້ໄລ່ພວກເຂົາອອກໄປຈາກດິນແດນຂອງລາວ.” Uka jalj uñjjattʼäta |
ອົງພຣະຜູ້ເປັນເຈົ້າຢູ່ໃສ? ຄືອົງທີ່ໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ເຮັດການອັດສະຈັນຜ່ານທາງໂມເຊນັ້ນ ໂດຍໄດ້ແຍກນໍ້າທະເລອອກ ແລະນຳປະຊາຊົນຂອງພຣະອົງຜ່ານບ່ອນທີ່ມີນໍ້າເລິກໄປ ຊຶ່ງເປັນການນຳຊື່ສຽງອັນຕະຫລອດໄປມາສູ່ພຣະອົງ.” ໂດຍມີອົງພຣະຜູ້ເປັນເຈົ້ານຳພາ ພວກເຂົາບໍ່ໄດ້ສະດຸດລົ້ມ, ແຕ່ເດີນຕໍ່ໄປຢ່າງໝັ້ນຄົງດັ່ງມ້າ.
ມີພຣະເຈົ້າອົງໃດອີກທີ່ກ້າໄປເອົາປະຊາຊົນຈາກຊາດອື່ນ ແລະເອົາມາຫລໍ່ຫລອມໃຫ້ເປັນປະຊາຊົນຂອງຕົນ ເໝືອນດັ່ງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ເຮັດໃນປະເທດເອຢິບ? ຕໍ່ໜ້າຕໍ່ຕາຂອງພວກເຈົ້າ ພຣະອົງໄດ້ໃຊ້ຣິດອຳນາດກັບພະລັງອັນຍິ່ງໃຫຍ່ແລະຣິດເດດຂອງພຣະອົງ; ພຣະອົງໄດ້ໃຫ້ໂຣກລະບາດກັບສົງຄາມເກີດຂຶ້ນ, ເຮັດສິ່ງອັດສະຈັນກັບໝາຍສຳຄັນຕ່າງໆ ແລະເຮັດໃຫ້ສິ່ງອັນໜ້າຢ້ານກົວຍິ່ງເກີດຂຶ້ນ.