8 ແຕ່ເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ ບໍ່ໃຫ້ຫລຸດແມ່ນແຕ່ກ້ອນດຽວ. ພວກເຂົາກຽດຄ້ານ ດ້ວຍເຫດນີ້ ພວກເຂົາຈຶ່ງມາຂໍອະນຸຍາດນຳເຮົາ ເພື່ອໄປຂ້າສັດຖວາຍບູຊາແກ່ພຣະເຈົ້າຂອງພວກເຂົາ
ພຣະອົງຈຶ່ງປະໃຫ້ຢູ່ໃຕ້ອຳນາດຂອງຄົນທີ່ບໍ່ນັບຖືພຣະອົງ ແລະສັດຕູກໍໄດ້ມາປົກຄອງເໜືອພວກເຂົາເຈົ້າ.
ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລຊາວອິດສະຣາເອນ ໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງ ແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປີທົມແລະເມືອງຣາມາເຊັດ ເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ.
ກະສັດຟາໂຣຈຶ່ງຕອບວ່າ, “ພວກເຈົ້າຂີ້ຄ້ານແລະບໍ່ຢາກເຮັດວຽກ ດັ່ງນັ້ນ ພວກເຈົ້າຈຶ່ງຂໍອະນຸຍາດໄປຖວາຍສັດບູຊາແກ່ພຣະເຈົ້າຢາເວ.
ເມື່ອຫົວໜ້າຄົນງານຊາວອິດສະຣາເອນໄດ້ເຫັນວ່າ ພວກຕົນກຳລັງຖືກບີບບັງຄັບເຮັດດິນຈີ່ ໃຫ້ໄດ້ຈຳນວນຄືແຕ່ກ່ອນ ກໍພາກັນເປັນທຸກໃຈຫລາຍ.
“ຢ່າເອົາເຟືອງໃຫ້ຊາວອິດສະຣາເອນໃຊ້ເຮັດດິນຈີ່ຕໍ່ໄປອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ,
ໃຫ້ພວກເຂົາເຮັດວຽກໜັກຂຶ້ນອີກ ເພື່ອພວກເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລະບໍ່ມີເວລາຟັງຄຳຕົວະຍົວະຕ່າງໆນາໆອີກຕໍ່ໄປ.”