Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 5:6 - ພຣະຄຳພີສັກສິ

6 ໃນ​ມື້ນັ້ນເອງ ກະສັດ​ຟາໂຣ​ໄດ້​ສັ່ງ​ຜູ້​ຄຸມງານ​ຊາວ​ເອຢິບ ແລະ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄວ້​ວ່າ,

Uka jalj uñjjattʼäta Copia luraña




ອົບພະຍົບ 5:6
14 Jak'a apnaqawi uñst'ayäwi  

ເພິ່ນ​ມີ​ກອງທັບ​ໃຫຍ່​ພ້ອມ​ທີ່​ຈະ​ດຳເນີນ​ການ​ສູ້ຮົບ. ບັນຊີ​ຝ່າຍ​ທະຫານ​ແມ່ນ​ຖືກ​ກຳກັບ​ໂດຍ​ເລຂາທິການ​ສອງ​ທ່ານ ຄື: ເຢອີເອນ​ແລະ​ມາອາເສອີຢາ ພາຍໃຕ້​ການ​ກວດກາ​ຂອງ​ຮານານີຢາ ຜູ້​ບັນຊາການ​ກອງພົນ​ໜຶ່ງ​ຂອງ​ກະສັດ.


ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ແລ້ວ​ຜູ້​ຄຸມງານ ແລະ​ຫົວໜ້າ​ຄົນງານ​ກໍໄດ້​ອອກ​ມາ ແລະ​ເວົ້າ​ກັບ​ຊາວ​ອິດສະຣາເອນ​ວ່າ, “ຕໍ່ໄປນີ້ ກະສັດ​ຟາໂຣ​ຈະ​ບໍ່​ໃຫ້​ເຟືອງ​ແກ່​ພວກເຈົ້າ​ອີກ.


ເມື່ອ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ວ່າ ພວກຕົນ​ກຳລັງ​ຖືກ​ບີບ​ບັງຄັບ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ຄື​ແຕ່​ກ່ອນ ກໍ​ພາກັນ​ເປັນທຸກໃຈ​ຫລາຍ.


“ຢ່າ​ເອົາ​ເຟືອງ​ໃຫ້​ຊາວ​ອິດສະຣາເອນ​ໃຊ້​ເຮັດ​ດິນຈີ່​ຕໍ່ໄປ​ອີກ. ໃຫ້​ພວກເຂົາ​ໄປ​ຊອກຫາ​ເອົາ​ເອງ,


ຄົນດີ​ເປັນ​ຫ່ວງ​ນຳ​ຝູງສັດ​ຂອງຕົນ, ແຕ່​ຄົນ​ຊົ່ວຊ້າ​ຊໍ້າ​ໂຫດຮ້າຍ​ຕໍ່​ຝູງສັດ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ຈົ່ງ​ນັດ​ປະຊຸມ​ຫົວໜ້າ​ເຈັດສິບ​ຄົນ​ທີ່​ປະຊາຊົນ​ເຄົາຣົບ​ນັບຖື ແລະ​ພາ​ພວກເຂົາ​ມາ​ຫາ​ເຮົາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ບອກ​ພວກເຂົາ​ໃຫ້​ຢືນ​ຢູ່​ໃກ້​ເຈົ້າ.


ດັ່ງນັ້ນ ເພື່ອ​ນຳພາ​ພວກເຈົ້າ ຂ້າພະເຈົ້າ​ຈຶ່ງ​ໄດ້​ແຕ່ງຕັ້ງ​ບັນດາ​ຜູ້ນຳ ທີ່​ສະຫລຽວ​ສະຫລາດ​ແລະ​ມີ​ປະສົບການ ທີ່​ພວກເຈົ້າ​ໄດ້​ເລືອກ​ມາ​ຈາກ​ແຕ່ລະເຜົ່າ​ຂອງ​ພວກເຈົ້າ ແລະ​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຂົາ​ເບິ່ງແຍງ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ໃຫ້​ບາງຄົນ​ຮັບຜິດຊອບ​ພັນ​ຄົນ, ບາງຄົນ​ຮັບຜິດຊອບ​ຮ້ອຍ​ຄົນ, ບາງຄົນ​ຮັບຜິດຊອບ​ຫ້າສິບ​ຄົນ ແລະ​ບາງຄົນ​ຮັບຜິດຊອບ​ສິບ​ຄົນ. ນອກຈາກນີ້ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ເຈົ້າໜ້າທີ່​ອື່ນໆ​ຕາມ​ເຜົ່າ​ຕ່າງໆ​ອີກ​ດ້ວຍ.


“ຈົ່ງ​ແຕ່ງຕັ້ງ​ບັນດາ​ຜູ້​ຕັດສິນຄວາມ ແລະ​ເຈົ້າໜ້າທີ່​ອື່ນໆ​ໃນ​ເມືອງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້. ຄົນ​ເຫຼົ່ານັ້ນ​ຕ້ອງ​ຕັດສິນ​ຄະດີ​ຂອງ​ປະຊາຊົນ​ຢ່າງ​ທ່ຽງທຳ.


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ໂດຍ​ໃຫ້​ລາວ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ​ອີຊາກ ແລະ​ໄດ້​ໃຫ້​ອີຊາກ​ມີ​ລູກຊາຍ​ຊື່​ວ່າ ຢາໂຄບ​ແລະ​ເອຊາວ. ເຮົາ​ໄດ້​ມອບ​ເຂດ​ເນີນພູ​ເອໂດມ​ໃຫ້​ເປັນ​ກຳມະສິດ​ຂອງ​ເອຊາວ ສ່ວນ​ຢາໂຄບ​ຜູ້​ເປັນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຕະຫລອດ​ທັງ​ລູກຫລານ​ຂອງ​ລາວ​ນັ້ນ ໄດ້​ພາກັນ​ລົງ​ໄປ​ທາງ​ເອຢິບ.


ຊາວ​ອິດສະຣາເອນ​ພ້ອມ​ທັງ​ພວກຜູ້ນຳ, ບັນດາ​ເຈົ້າໜ້າທີ່, ພວກ​ຜູ້ຕັດສິນ, ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຂົາ ຕ່າງ​ກໍໄດ້​ຢືນ​ຢູ່​ສອງ​ຟາກ​ຂ້າງ​ຂອງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໂດຍ​ປິ່ນ​ໜ້າ​ໃສ່​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ມີ​ໜ້າທີ່​ຫາມ​ຫີບ. ປະຊາຊົນ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເກຣີຊິມ ແລະ​ອີກ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເອບານ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເຮັດ​ເຊັ່ນນີ້ ເມື່ອ​ເຖິງ​ເວລາ​ທີ່​ພວກເຂົາ​ຈະ​ຮັບ​ພອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka