ອົບພະຍົບ 5:3 - ພຣະຄຳພີສັກສິ3 ໂມເຊແລະອາໂຣນຕອບຄືນວ່າ, “ພຣະເຈົ້າຂອງຊາວເຮັບເຣີໄດ້ປາກົດແກ່ພວກເຮົາ. ຂໍອະນຸຍາດໃຫ້ພວກເຮົາເດີນທາງເປັນໄລຍະສາມວັນ ໄປທີ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ຖ້າບໍ່ດັ່ງນັ້ນ ພຣະອົງຈະຂ້າພວກເຮົາດ້ວຍໂຣກໄພໄຂ້ເຈັບຫລືດ້ວຍເສິກສົງຄາມ.” Uka jalj uñjjattʼäta |
ປະຊາຊົນຂອງເຮົາຈະເຊື່ອຟັງສິ່ງທີ່ເຈົ້າກ່າວແກ່ພວກເຂົາ. ແລ້ວເຈົ້າກັບບັນດາຜູ້ນຳຂອງຊາດອິດສະຣາເອນຈົ່ງໄປຫາກະສັດຟາໂຣແຫ່ງເອຢິບ ແລະບອກລາວວ່າ, ‘ພຣະເຈົ້າຢາເວພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດຕໍ່ພວກຂ້ານ້ອຍ. ບັດນີ້ຂໍທ່ານອະນຸຍາດໃຫ້ພວກຂ້ານ້ອຍ ເດີນທາງເປັນໄລຍະສາມວັນສູ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍເຖີດ.’