ອົບພະຍົບ 5:2 - ພຣະຄຳພີສັກສິ2 ກະສັດຟາໂຣຖາມວ່າ, “ພຣະເຈົ້າຢາເວແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.” Uka jalj uñjjattʼäta |
ບັດນີ້ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງ ຫລືນຳພາພວກເຈົ້າໄປໃນທາງຜິດຢ່າງນັ້ນເລີຍ. ຢ່າສູ່ເຊື່ອລາວ ບໍ່ມີພະຂອງຊົນຊາດໃດດອກ ທີ່ສາມາດຊ່ວຍປະຊາຊົນຂອງຕົນ ຈາກມືຂອງຂ້ອຍແລະຈາກມືຂອງບັນພະບຸລຸດຂອງຂ້ອຍໄດ້. ສະນັ້ນ ຈຶ່ງແນ່ນອນທີ່ສຸດວ່າ ພຣະເຈົ້າຂອງພວກເຈົ້າກໍຊ່ວຍພວກເຈົ້າໃຫ້ພົ້ນຈາກກຳມືຂອງຂ້ອຍບໍ່ໄດ້ຄືກັນ.”
ແຕ່ພວກເຈົ້າຜູ້ທີ່ເຫຼືອຢູ່ໃນດິນແດນຢູດາຍນີ້ ຈະຕ້ອງເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະຈະຕ້ອງຍອມຮັບວ່າຈະບໍ່ໜີໄປຈາກດິນແດນນີ້. ພວກເຈົ້າຈະບໍ່ຕ້ອງເວົ້າວ່າ, ‘ບໍ່ ພວກເຮົາຈະໄປອາໄສຢູ່ໃນປະເທດເອຢິບ ບ່ອນທີ່ພວກເຮົາຈະບໍ່ຕ້ອງປະເຊີນໜ້າກັບສົງຄາມ ຫລືໄດ້ຍິນສຽງເອີ້ນໃຫ້ເຂົ້າໄປເຮັດເສິກ ຫລືຕ້ອງອຶດຢາກອີກຕໍ່ໄປ.’ ຖ້າພວກເຈົ້າເວົ້າເຊັ່ນນີ້ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຄືພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ຖ້າພວກເຈົ້າຕັ້ງໃຈທີ່ຈະໄປອາໄສຢູ່ໃນປະເທດເອຢິບ
ແຕ່ບັດນີ້ ພໍພວກເຈົ້າໄດ້ຍິນສຽງແກ, ສຽງປີ່, ສຽງພິນໃຫຍ່, ສຽງກະຈັບປີ່, ສຽງພິນນ້ອຍ ແລະສຽງດົນຕຼີອື່ນໆດັງຂຶ້ນ ໃຫ້ພາກັນກົ້ມລົງ ແລະຂາບໄຫວ້ຮູບປັ້ນນັ້ນ. ຖ້າພວກເຈົ້າບໍ່ຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟອັນຮ້ອນທັນທີ. ພວກເຈົ້າຄິດວ່າ ຈະມີພະອົງໃດຊ່ວຍພວກເຈົ້າໃຫ້ພົ້ນໄດ້ຊັ້ນບໍ?”