Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 5:19 - ພຣະຄຳພີສັກສິ

19 ເມື່ອ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ວ່າ ພວກຕົນ​ກຳລັງ​ຖືກ​ບີບ​ບັງຄັບ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ຄື​ແຕ່​ກ່ອນ ກໍ​ພາກັນ​ເປັນທຸກໃຈ​ຫລາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 5:19
6 Jak'a apnaqawi uñst'ayäwi  

ບັດນີ້ ໃຫ້​ພາກັນ​ກັບ​ໄປ​ເຮັດ​ວຽກ​ສາ ພວກເຈົ້າ​ຈະ​ບໍ່ໄດ້​ຮັບ​ເຟືອງ​ອີກ ແຕ່​ຕ້ອງ​ເຮັດ​ດິນຈີ່ ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ.”


ພໍ​ອອກ​ຈາກ​ວັງ​ຂອງ​ກະສັດ​ຟາໂຣ​ມາ ພວກເຂົາ​ກໍ​ເຫັນ​ໂມເຊ ແລະ​ອາໂຣນ​ກຳລັງ​ຢືນ​ຄອຍຖ້າ​ພວກເຂົາ​ຢູ່.


ແຕ່​ເຮັດ​ດິນຈີ່​ໃຫ້​ໄດ້​ຈຳນວນ​ເທົ່າ​ເດີມ ບໍ່​ໃຫ້​ຫລຸດ​ແມ່ນແຕ່​ກ້ອນ​ດຽວ. ພວກເຂົາ​ກຽດຄ້ານ ດ້ວຍເຫດນີ້ ພວກເຂົາ​ຈຶ່ງ​ມາ​ຂໍ​ອະນຸຍາດ​ນຳ​ເຮົາ ເພື່ອ​ໄປ​ຂ້າ​ສັດ​ຖວາຍບູຊາ​ແກ່​ພຣະເຈົ້າ​ຂອງ​ພວກເຂົາ


ແລ້ວ​ຂ້າພະເຈົ້າ​ກໍໄດ້​ພິຈາລະນາ​ເບິ່ງ​ອີກ ເຖິງ​ຄວາມ​ບໍ່​ຍຸດຕິທຳ​ທັງໝົດ​ທີ່​ເປັນ​ຢູ່ໃຕ້​ດວງຕາເວັນ. ຄົນ​ຖືກ​ຂົ່ມເຫັງ​ກຳລັງ​ເປັນທຸກ​ຮ້ອງໄຫ້ ແລະ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ເລີຍ. ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ລາວ​ໄດ້ ເພາະ​ອຳນາດ​ນັ້ນ​ຢູ່​ນຳ​ຝ່າຍ​ທີ່​ຂົ່ມເຫັງ​ລາວ.


ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.


ພຣະເຈົ້າຢາເວ​ຈະ​ຊ່ວຍ​ກູ້​ໄພ່ພົນ​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ວ່າ​ກຳລັງ​ຂອງ​ພວກເຂົາ​ຈວນ​ຈະ​ສິ້ນ. ພຣະອົງ​ຈະ​ເມດຕາ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ເມື່ອ​ພຣະອົງ​ເຫັນ​ພວກເຂົາ​ຕ້ອງການ​ກຳລັງ​ຊຸກຍູ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka