16 ພວກຂ້ານ້ອຍບໍ່ໄດ້ຮັບເຟືອງ, ແຕ່ຍັງສັ່ງໃຫ້ເຮັດດິນຈີ່ຈຳນວນເທົ່າເດີມ ບໍ່ພຽງແຕ່ເທົ່ານັ້ນ ພວກຂ້ານ້ອຍຍັງຖືກຂ້ຽນຕີຕື່ມ. ຄົນຂອງກະສັດຟາໂຣເປັນຜູ້ເຮັດຜິດ.”
ພວກເຂົາເວົ້າກັນວ່າ, “ມາເທາະ ຈົ່ງພາກັນປັ້ນດິນຈີ່ ແລະເຜົາມັນໃຫ້ແຂງ.” ດັ່ງນັ້ນ ພວກເຂົາຈຶ່ງມີດິນຈີ່ເພື່ອກໍ່ສ້າງ ແລະມີຢາງໃຊ້ຕາງປະທາຍເພື່ອຕິດດິນຈີ່ເຂົ້າກັນ.
ຕາມທີ່ພວກຄົນໜຸ່ມໄດ້ແນະນຳເພິ່ນນັ້ນ. ເພິ່ນເວົ້າວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກໃຫ້ພວກທ່ານ; ເຮົາແຮ່ງຈະວາງພາລະໜັກຫລາຍກວ່ານັ້ນອີກ. ເພິ່ນໄດ້ຕີພວກທ່ານດ້ວຍໄມ້ແສ້, ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ທີ່ມີໄລເຫຼັກ.”
ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດຟາໂຣວ່າ, “ດ້ວຍເຫດໃດທ່ານຈຶ່ງເຮັດກັບພວກຄົນຮັບໃຊ້ຂອງທ່ານຢ່າງນີ້?
ກະສັດຟາໂຣຈຶ່ງຕອບວ່າ, “ພວກເຈົ້າຂີ້ຄ້ານແລະບໍ່ຢາກເຮັດວຽກ ດັ່ງນັ້ນ ພວກເຈົ້າຈຶ່ງຂໍອະນຸຍາດໄປຖວາຍສັດບູຊາແກ່ພຣະເຈົ້າຢາເວ.
ແລ້ວຂ້າພະເຈົ້າກໍໄດ້ພິຈາລະນາເບິ່ງອີກ ເຖິງຄວາມບໍ່ຍຸດຕິທຳທັງໝົດທີ່ເປັນຢູ່ໃຕ້ດວງຕາເວັນ. ຄົນຖືກຂົ່ມເຫັງກຳລັງເປັນທຸກຮ້ອງໄຫ້ ແລະບໍ່ມີຜູ້ໃດຊ່ວຍເຫລືອລາວເລີຍ. ບໍ່ມີຜູ້ໃດຊ່ວຍເຫລືອລາວໄດ້ ເພາະອຳນາດນັ້ນຢູ່ນຳຝ່າຍທີ່ຂົ່ມເຫັງລາວ.
ເມື່ອເຈົ້າໄດ້ເກີດມາ ບໍ່ມີຜູ້ໃດຕັດສາຍແຮ່ຂອງເຈົ້າ ຫລືລ້າງເຈົ້າ ຫລືຖູເຈົ້າດ້ວຍເກືອ ຫລືຫໍ່ເຈົ້າໄວ້ໃນຜ້າອ້ອມ.