15 ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດຟາໂຣວ່າ, “ດ້ວຍເຫດໃດທ່ານຈຶ່ງເຮັດກັບພວກຄົນຮັບໃຊ້ຂອງທ່ານຢ່າງນີ້?
ແມ່ນແຕ່ນັກໂທດກໍຍັງໄດ້ຮັບສັນຕິສຸກ ຫວິດຈາກສຽງສັ່ງສຽງຄຸມອັນຮ້າຍກາດ.
ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລຊາວອິດສະຣາເອນ ໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງ ແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປີທົມແລະເມືອງຣາມາເຊັດ ເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ.
ຜູ້ຄຸມງານທີ່ເປັນຄົນເອຢິບໄດ້ຂ້ຽນຕີຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບໄດ້ຖາມວ່າ, “ເປັນຫຍັງມື້ວານນີ້ແລະມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?”
ພວກຂ້ານ້ອຍບໍ່ໄດ້ຮັບເຟືອງ, ແຕ່ຍັງສັ່ງໃຫ້ເຮັດດິນຈີ່ຈຳນວນເທົ່າເດີມ ບໍ່ພຽງແຕ່ເທົ່ານັ້ນ ພວກຂ້ານ້ອຍຍັງຖືກຂ້ຽນຕີຕື່ມ. ຄົນຂອງກະສັດຟາໂຣເປັນຜູ້ເຮັດຜິດ.”