14 ຜູ້ຄຸມງານທີ່ເປັນຄົນເອຢິບໄດ້ຂ້ຽນຕີຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບໄດ້ຖາມວ່າ, “ເປັນຫຍັງມື້ວານນີ້ແລະມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?”
ຊາວເອຢິບໄດ້ບັງຄັບຊາວອິດສະຣາເອນ ໃຫ້ເຜົາດິນຈີ່ ແລະເຮັດວຽກກໍ່ສ້າງ ທັງເຮັດວຽກໜັກທຸກຊະນິດຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາປານີແຕ່ຢ່າງໃດເລີຍ.
ຝ່າຍພວກຜູ້ຄຸມງານກໍພະຍາຍາມບັງຄັບພວກເຂົາເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມທຸກໆວັນ ດັ່ງທີ່ພວກເຂົາໄດ້ເຮັດມາ ເມື່ອຄາວທີ່ພວກເຂົາໄດ້ຮັບເຟືອງ.
ຕໍ່ມາ ພວກຫົວໜ້າຄົນງານຊາວອິດສະຣາເອນ ກໍໄດ້ເຂົ້າໄປຮ້ອງທຸກຕໍ່ກະສັດຟາໂຣວ່າ, “ດ້ວຍເຫດໃດທ່ານຈຶ່ງເຮັດກັບພວກຄົນຮັບໃຊ້ຂອງທ່ານຢ່າງນີ້?
ໃນມື້ນັ້ນເອງ ກະສັດຟາໂຣໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະຫົວໜ້າຄົນງານຊາວອິດສະຣາເອນໄວ້ວ່າ,
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວແກ່ປະຊາຊົນຂອງພຣະອົງ ທີ່ອາໄສຢູ່ທີ່ພູເຂົາຊີໂອນວ່າ, “ຢ່າສູ່ຢ້ານຊາວອັດຊີເຣຍເລີຍ ແມ່ນວ່າພວກເຂົາຂົ່ມເຫັງພວກເຈົ້າ ດັ່ງຊາວເອຢິບໄດ້ເຮັດມາກໍຕາມ.