13 ຝ່າຍພວກຜູ້ຄຸມງານກໍພະຍາຍາມບັງຄັບພວກເຂົາເຮັດດິນຈີ່ ໃຫ້ໄດ້ຈຳນວນເທົ່າເດີມທຸກໆວັນ ດັ່ງທີ່ພວກເຂົາໄດ້ເຮັດມາ ເມື່ອຄາວທີ່ພວກເຂົາໄດ້ຮັບເຟືອງ.
ພວກເຂົາສະຫລອງເທດສະການປຸກຕູບຢູ່ຕາມລະບຽບທີ່ມີໄວ້; ແຕ່ລະວັນພວກເຂົາໄດ້ຖວາຍເຄື່ອງບູຊາ ຕາມຈຳນວນທີ່ໄດ້ກຳນົດໄວ້ສຳລັບມື້ນັ້ນ;
ພວກມັນຢູ່ໄກຈາກເມືອງທີ່ອຶກກະທຶກສັບສົນ ແລະບໍ່ມີຜູ້ໃດເອົາມັນມາຝຶກແອບເຮັດວຽກໄດ້.
ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລຊາວອິດສະຣາເອນ ໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງ ແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປີທົມແລະເມືອງຣາມາເຊັດ ເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ.
ເພິ່ນບອກວ່າໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈຳນວນດິນຈີ່ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.”
ດັ່ງນັ້ນ ຊາວອິດສະຣາເອນຈຶ່ງແຍກຍ້າຍກັນໄປຊອກຫາເຟືອງຢູ່ທົ່ວປະເທດເອຢິບ.
ຜູ້ຄຸມງານທີ່ເປັນຄົນເອຢິບໄດ້ຂ້ຽນຕີຫົວໜ້າຄົນງານຊາວອິດສະຣາເອນ ພ້ອມກັບໄດ້ຖາມວ່າ, “ເປັນຫຍັງມື້ວານນີ້ແລະມື້ນີ້ຈຶ່ງບໍ່ໄດ້ດິນຈີ່ເຕັມຈຳນວນຄືແຕ່ກ່ອນ?”
ໃນມື້ນັ້ນເອງ ກະສັດຟາໂຣໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະຫົວໜ້າຄົນງານຊາວອິດສະຣາເອນໄວ້ວ່າ,