10 ແລ້ວຜູ້ຄຸມງານ ແລະຫົວໜ້າຄົນງານກໍໄດ້ອອກມາ ແລະເວົ້າກັບຊາວອິດສະຣາເອນວ່າ, “ຕໍ່ໄປນີ້ ກະສັດຟາໂຣຈະບໍ່ໃຫ້ເຟືອງແກ່ພວກເຈົ້າອີກ.
ດັ່ງນັ້ນ ຊາວເອຢິບຈຶ່ງແຕ່ງຕັ້ງຄົນຄຸມດູແລຊາວອິດສະຣາເອນ ໃຫ້ເຮັດວຽກໜັກຈົນໝົດເຮື່ອແຮງ ແລະໝົດກຳລັງໃຈ ພວກເຂົາໄດ້ສ້າງເມືອງປີທົມແລະເມືອງຣາມາເຊັດ ເພື່ອເປັນສາງໄວ້ເຂົ້າຂອງກະສັດຟາໂຣ.
ແລ້ວພຣະເຈົ້າຢາເວກໍກ່າວຕໍ່ໄປອີກວ່າ, “ເຮົາໄດ້ເຫັນປະຊາຊົນຂອງເຮົາ ຖືກກົດຂີ່ຢ່າງໃດແລ້ວຢູ່ໃນປະເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງຫາເຮົາ ໃຫ້ຊ່ວຍກູ້ພວກເຂົາຈາກບັນດານາຍຄຸມຂອງພວກເຂົາ. ເຮົາຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ.
ເພິ່ນບອກວ່າໃຫ້ພວກເຈົ້າໄປຊອກຫາເອົາເອງ, ແຕ່ຈຳນວນດິນຈີ່ນັ້ນຕ້ອງໃຫ້ໄດ້ເທົ່າເດີມ.”
ໃນມື້ນັ້ນເອງ ກະສັດຟາໂຣໄດ້ສັ່ງຜູ້ຄຸມງານຊາວເອຢິບ ແລະຫົວໜ້າຄົນງານຊາວອິດສະຣາເອນໄວ້ວ່າ,
ໃຫ້ພວກເຂົາເຮັດວຽກໜັກຂຶ້ນອີກ ເພື່ອພວກເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລະບໍ່ມີເວລາຟັງຄຳຕົວະຍົວະຕ່າງໆນາໆອີກຕໍ່ໄປ.”
ຖ້າຜູ້ປົກຄອງເອົາໃຈໃສ່ຕໍ່ຄຳລາຍງານບໍ່ຈິງ, ຂ້າຣາຊການຂອງເພິ່ນທັງໝົດຈະເປັນຄົນຂີ້ຕົວະ.
ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າກ່ຽວກັບສັດຕ່າງໆ ໃນຖິ່ນແຫ້ງແລ້ງກັນດານທາງພາກໃຕ້: “ບັນດາທູດເດີນທາງຜ່ານປະເທດທີ່ເປັນອັນຕະລາຍ ຄືບ່ອນທີ່ມີໂຕສິງ, ງູພິດ ແລະມັງກອນທີ່ເຫາະໄດ້. ພວກເຂົາບັນທຸກຂອງຂວັນລາຄາແພງ ໃສ່ເທິງຫລັງລໍ ແລະອູດໄປໃຫ້ຊົນຊາດໜຶ່ງທີ່ຊ່ວຍເຫລືອຫຍັງບໍ່ໄດ້.