Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 5:1 - ພຣະຄຳພີສັກສິ

1 ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’

Uka jalj uñjjattʼäta Copia luraña




ອົບພະຍົບ 5:1
26 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ອາຮາບ​ເຫັນ​ເອລີຢາ ເພິ່ນ​ກໍ​ເວົ້າ​ວ່າ, “ເຈົ້າ​ໄລ່​ທັນ​ເຮົາ​ແລ້ວ​ຊັ້ນບໍ ສັດຕູ​ຂອງເຮົາ​ເອີຍ?” ເອລີຢາ​ຕອບ​ວ່າ, “ແມ່ນແລ້ວ ທ່ານ​ໄດ້​ອຸທິດຕົວ​ຢ່າງ​ໝົດສິ້ນ ກະທຳ​ໃນ​ສິ່ງ​ທີ່​ຜິດ​ຕໍ່ສາຍຕາ​ຂອງ​ພຣະເຈົ້າຢາເວ.


ຂ້ານ້ອຍ​ຈະ​ປະກາດ​ຂໍ້ຄຳສັ່ງ​ແກ່​ກະສັດ ແລະ​ຈະ​ບໍ່​ອັບອາຍ​ຢ່າງໃດ​ທັງສິ້ນ.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ຖ້າ​ເຈົ້າ​ຍັງ​ສືບຕໍ່​ປະຕິເສດ​ຢູ່​ໃນ​ມື້ອື່ນ​ນີ້ ເຮົາ​ຈະ​ໃຫ້​ຝູງຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ.


ໂມເຊ​ຕອບ​ວ່າ, “ພວກ​ຂ້ານ້ອຍ​ຈະ​ໄປ​ໝົດ​ທຸກຄົນ ລວມ​ທັງ​ເດັກນ້ອຍ​ແລະ​ຜູ້ເຖົ້າ. ພວກ​ຂ້ານ້ອຍ​ຈະ​ເອົາ​ລູກ​ຊາຍ​ຍິງ, ຝູງແກະ, ຝູງແບ້ ແລະ​ພ້ອມ​ທັງ​ຝູງງົວ​ໄປ​ດ້ວຍ ເພາະ​ພວກ​ຂ້ານ້ອຍ​ຈະ​ຈັດ​ເທດສະການ ເພື່ອ​ຍົກຍໍ​ຖວາຍ​ກຽດ​ແກ່​ພຣະເຈົ້າຢາເວ​ຂອງ​ພວກ​ຂ້ານ້ອຍ.”


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ບັດນີ້ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້​ແລ້ວ ຈົ່ງ​ບອກ​ແຜນການ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ຮູ້​ນຳ​ແດ່ທ້ອນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ຮັບໃຊ້​ພຣະອົງ​ຕໍ່ໄປ ແລະ​ສືບຕໍ່​ເຮັດ​ໃຫ້​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ຫລາຍ​ຍິ່ງ​ຂຶ້ນ. ໂຜດ​ລະນຶກເຖິງ​ຄື​ກັນ​ວ່າ ພຣະອົງ​ໄດ້​ເລືອກ​ເອົາ​ຊົນຊາດ​ນີ້​ເປັນ​ປະຊາຊົນ​ຂອງ​ພຣະອົງ.”


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ແມ່ນ​ສອງ​ຄົນ​ນີ້​ແຫຼະ ທີ່​ໄດ້​ບອກ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ປ່ອຍ​ປະຊາຊົນ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ.


ແລ້ວ​ຈົ່ງ​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ໃຊ້​ຂ້ານ້ອຍ​ມາ​ເພື່ອ​ບອກ​ໃຫ້​ທ່ານ​ປ່ອຍ​ປະຊາຊົນ​ຂອງ​ພຣະອົງ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ພຣະອົງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ແຕ່​ຈົນ​ບັດນີ້ ທ່ານ​ກໍ​ຍັງ​ບໍ່​ເຊື່ອຟັງ​ພຣະອົງ.


ຈົ່ງ​ບອກ​ອາໂຣນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຮົາ​ສັ່ງ​ເຈົ້າ​ນັ້ນ ແລະ​ແມ່ນ​ອາໂຣນ​ເອງ ທີ່​ຈະ​ເປັນ​ຜູ້​ບອກ​ກະສັດ​ຟາໂຣ​ໃຫ້​ປ່ອຍ​ຊາວ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ຂອງ​ລາວ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ກໍ​ຈະ​ກາຍເປັນ​ຮີ້ນ​ຢູ່​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.”


ສະນັ້ນ ອາໂຣນ​ຈຶ່ງ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ດິນ​ກໍ​ກາຍເປັນ​ຮີ້ນ​ຢູ່​ເຕັມ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ. ມັນ​ຕອມ​ຄົນ​ແລະ​ສັດ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ມື້ອື່ນ​ແຕ່​ເຊົ້າ​ມືດ ເຈົ້າ​ຈົ່ງ​ໄປ​ພົບ​ກະສັດ​ຟາໂຣ ໃນ​ຂະນະທີ່​ລາວ​ໄປ​ຍັງ​ແມ່ນໍ້າ​ນິນ. ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ ແລະ​ບອກ​ລາວ​ອີກ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ຖ້າ​ເຈົ້າ​ຍັງ​ບໍ່​ຍອມ​ປ່ອຍ​ພວກເຂົາ​ໄປ


ທີ່​ເທິງ​ພູເຂົາ​ຊີໂອນ​ບ່ອນ​ນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ຕຽມ​ງານກິນລ້ຽງ​ໃຫຍ່​ສຳລັບ​ຊົນຊາດ​ທັງໝົດ​ໃນ​ໂລກ ຄື​ການ​ກິນລ້ຽງ​ໃຫຍ່​ທີ່​ມີ​ອາຫານ​ບໍຣິບູນ​ທີ່ສຸດ ແລະ​ມີ​ເຫຼົ້າ​ອະງຸ່ນ​ທີ່​ດີເລີດ.


ແຕ່​ມະນຸດ​ເອີຍ ເຈົ້າ​ບໍ່​ຕ້ອງ​ຢ້ານ​ພວກເຂົາ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ນັ້ນ​ເລີຍ. ພວກເຂົາ​ຈະ​ທ້າທາຍ ແລະ​ດູຖູກ​ຢຽບຫຍາມ​ເຈົ້າ ດັ່ງ​ກັບ​ວ່າ​ເຈົ້າ​ຢູ່​ທ່າມກາງ​ແມງງອດ. ເຖິງ​ປານນັ້ນ​ກໍຕາມ ຢ່າສູ່ຢ້ານ​ຄົນ​ກະບົດ​ເຫຼົ່ານັ້ນ ຫລື​ຢ້ານ​ສິ່ງ​ທີ່​ພວກເຂົາ​ເວົ້າ​ເລີຍ.


ພວກເຈົ້າ​ຈະ​ຖືກ​ລາກ​ດຶງ​ນຳ​ຕົວ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້​ມີ​ອຳນາດ ແລະ​ບັນດາ​ກະສັດ ເພາະ​ເຫັນ​ແກ່​ເຮົາ ເພື່ອ​ຈະ​ບອກ​ຂ່າວປະເສີດ​ແກ່​ພວກເຂົາ ແລະ​ແກ່​ຄົນ​ທີ່​ບໍ່​ເຊື່ອ​ເໝືອນກັນ.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ຂ້າແດ່​ພຣະອົງເຈົ້າ ບັດນີ້​ຂໍໂຜດ​ຫລຽວ​ເບິ່ງ​ການ​ຂົ່ມຂູ່​ຂອງ​ພວກເຂົາ ແລະ​ຂໍໂຜດ​ໃຫ້​ພວກ​ຂ້ານ້ອຍ ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ກ່າວ​ພຣະທຳ​ຂອງ​ພຣະອົງ​ດ້ວຍ​ໃຈ​ກ້າຫານ​ຂຶ້ນ​ແດ່ທ້ອນ.


ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka