7 ສ່ວນຂັນໃສ່ນໍ້າຊຳລະນັ້ນ ໃຫ້ວາງໄວ້ລະຫວ່າງຫໍເຕັນບ່ອນຊຸມນຸມກັບແທ່ນບູຊາແລະຕັກນໍ້າໃສ່ໄວ້.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຂໍລ້າງມືເພື່ອສະແດງວ່າ ຂ້ານ້ອຍບໍ່ມີຄວາມຜິດ ແລະໄປເຖິງແທ່ນບູຊາຂອງພຣະອົງ.
ເບຊາເລນເຮັດຂັນແລະພານຮອງຂັນ ດ້ວຍທອງສຳຣິດຈາກແວ່ນແຍງຂອງພວກຜູ້ຍິງທີ່ບົວລະບັດຮັບໃຊ້ທີ່ທາງເຂົ້າຫໍເຕັນບ່ອນຊຸມນຸມ.
ຈົ່ງຕັ້ງແທ່ນເຜົາບູຊາດ້ວຍໄຟໄວ້ຕໍ່ໜ້າທາງເຂົ້າຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ.
ຈົ່ງເຮັດຜ້າອ້ອມຮອບຫໍເຕັນ ແລະກາງຜ້າກັ້ງໄວ້ທີ່ທາງປະຕູເຂົ້າ.
ເມື່ອເວລານັ້ນມາເຖິງຈະມີນໍ້າບໍ່ໜຶ່ງໄຫລອອກມາ ເພື່ອຊຳລະບາບຂອງເຊື້ອສາຍຂອງກະສັດດາວິດ ແລະຂອງປະຊາຊົນເຢຣູຊາເລັມ ເພາະພວກເຂົາຂາບໄຫວ້ບັນດາຮູບເຄົາຣົບ.
ພຣະອົງໄດ້ຊົງໂຜດເຮົາທັງຫລາຍໃຫ້ພົ້ນ ບໍ່ແມ່ນຍ້ອນກິດຈະການອັນຊອບທຳທີ່ພວກເຮົາເອງໄດ້ເຮັດ ແຕ່ພຣະອົງໄດ້ຊົງພຣະກະລຸນາຊຳລະໃຫ້ພວກເຮົາມີໃຈບັງເກີດໃໝ່ ແລະຊົງສ້າງພວກເຮົາຂຶ້ນໃໝ່ ໂດຍພຣະວິນຍານບໍຣິສຸດເຈົ້າ.
ດັ່ງນັ້ນ ຈົ່ງໃຫ້ພວກເຮົາເຂົ້າມາໃກ້ດ້ວຍຄວາມຈິງໃຈ ແລະດ້ວຍຄວາມເຊື່ອໝັ້ນອັນເຕັມບໍຣິບູນ ດ້ວຍໃຈທີ່ໄດ້ຮັບການຊຳລະຈາກຄວາມຮູ້ສຶກຕົວວ່າມີບາບກຳ ແລະມີຮ່າງກາຍທີ່ໄດ້ຊຳລະລ້າງແລ້ວດ້ວຍນໍ້າບໍຣິສຸດ.
ແຕ່ຖ້າພວກເຮົາດຳເນີນຊີວິດຢູ່ໃນຄວາມສະຫວ່າງ ເໝືອນດັ່ງພຣະອົງຊົງຢູ່ໃນຄວາມສະຫວ່າງ ພວກເຮົາກໍຮ່ວມສາມັກຄີທຳຊຶ່ງກັນແລະກັນ ແລະພຣະໂລຫິດຂອງພຣະເຢຊູເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍຈາກການຜິດບາບທັງສິ້ນ.