Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 40:3 - ພຣະຄຳພີສັກສິ

3 ຈົ່ງ​ເອົາ​ຫີບ​ພັນທະສັນຍາ ວາງ​ໄວ້​ໃນ​ນັ້ນ​ແລະ​ກາງ​ຜ້າກັ້ງ​ບັງ​ໄວ້.

Uka jalj uñjjattʼäta Copia luraña




ອົບພະຍົບ 40:3
16 Jak'a apnaqawi uñst'ayäwi  

ນັບ​ຕັ້ງແຕ່​ເຮົາ​ໄດ້​ນຳພາ​ປະຊາຊົນ​ອິດສະຣາເອນ ອອກ​ມາ​ຈາກ​ປະເທດ​ເອຢິບ​ຈົນເຖິງ​ເທົ່າ​ທຸກ​ມື້ນີ້ ເຮົາ​ບໍ່ໄດ້​ຢູ່​ໃນ​ວິຫານ; ເຮົາ​ໄດ້​ຢູ່​ໃນ​ຫໍເຕັນ​ແລະ​ຫໍເຕັນ​ສັກສິດ​ຍ້າຍ​ທີ່​ໄປ​ເລື້ອຍໆ.


ຈົ່ງ​ເຮັດ​ຫີບ​ໜ່ວຍ​ໜຶ່ງ​ດ້ວຍ​ໄມ້​ກະຖິນເທດ​ຍາວ 110 ເຊັນ, ກວ້າງ 66 ເຊັນ ແລະ​ສູງ 66 ເຊັນ.


ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.


ຈົ່ງ​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ ທີ່​ຕໍ່າ​ດ້ວຍ​ດ້າຍ​ເປັນ​ສີຟ້າ, ສີມ່ວງ, ສີແດງ​ເຂັ້ມ ແລະ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ. ຈົ່ງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ຜືນ​ນັ້ນ.


ຫໍເຕັນ​ບ່ອນ​ຊຸມນຸມ, ຫີບ​ພັນທະສັນຍາ​ພ້ອມ​ທັງ​ຝາອັດ, ເຄື່ອງ​ປະກອບ​ທຸກໆ​ຊະນິດ​ຂອງ​ຫໍເຕັນ,


ຫີບ​ພັນທະສັນຍາ, ຄານຫາມ, ຝາອັດ​ຫີບ​ພັນທະສັນຍາ ແລະ​ຜ້າກັ້ງ​ບັງຫີບ​ພັນທະສັນຍາ;


ໂມເຊ​ໄດ້​ກ່າວ​ຕໍ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ວ່າ, “ຕໍ່ໄປນີ້ ແມ່ນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້:


ໃນທີ່ສຸດ ການ​ສ້າງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ກໍ​ສຳເລັດ​ລົງ​ທຸກຢ່າງ. ຊາວ​ອິດສະຣາເອນ​ໄດ້​ເຮັດ​ທຸກສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ​ຂອງ​ງົວເຖິກໜຸ່ມ​ມາ ແລະ​ໃຊ້​ນິ້ວ​ມື​ຊິດ​ເລືອດ​ນັ້ນ​ໃສ່​ເທິງ​ດ້ານ​ໜ້າ​ຂອງ​ຝາອັດ​ຫີບ​ພັນທະສັນຍາ ແລ້ວ​ຊິດ​ເລືອດ​ນັ້ນ​ອີກ​ເຈັດ​ເທື່ອ​ໃສ່​ທາງ​ດ້ານ​ໜ້າ​ຂອງ​ຫີບ​ພັນທະສັນຍາ.


ເວລາ​ຊາວ​ອິດສະຣາເອນ​ຍົກຍ້າຍ​ຄ້າຍພັກ ໃຫ້​ອາໂຣນ​ແລະ​ລູກຊາຍ​ຂອງ​ລາວ​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ປົດ​ເອົາ​ຜ້າກັ້ງ​ຊຶ່ງ​ໃຊ້​ບັງ​ຫີບ​ພັນທະສັນຍາ​ນັ້ນ​ປົກ​ຫີບ​ໄວ້.


ພາຍ​ໃນ​ຜ້າກັ້ງ​ຊັ້ນ​ທີ​ສອງ​ມີ​ຫ້ອງ ຊຶ່ງ​ເອີ້ນ​ວ່າ ສະຖານທີ່​ສັກສິດ​ທີ່ສຸດ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka