10 ແລ້ວຈົ່ງອຸທິດຖວາຍແທ່ນບູຊາ ກັບເຄື່ອງໃຊ້ທັງໝົດປະຈຳແທ່ນນັ້ນ ໂດຍເອົານໍ້າມັນເຈີມສັກສິດຫົດສົງທັງໝົດ ແລະທຸກສິ່ງກໍຈະບໍຣິສຸດສັກສິດທີ່ສຸດ.
ຈົ່ງອຸທິດຖວາຍສິ່ງເຫຼົ່ານັ້ນດ້ວຍວິທີດັ່ງກ່າວນີ້ ແລະສິ່ງທັງໝົດກໍຈະສັກສິດທີ່ສຸດ ແລະຖ້າຜູ້ໃດຫລືສິ່ງໃດແຕະຕ້ອງຖືກສິ່ງເຫຼົ່ານີ້ ຜູ້ນັ້ນຫລືສິ່ງນັ້ນກໍຈະຖືກສຳພັດກັບຣິດອຳນາດແຫ່ງຄວາມສັກສິດ.
ຈົ່ງອຸທິດຖວາຍຊາມໃສ່ນໍ້າຊຳລະແລະຕີນຊາມ ໂດຍວິທີດຽວກັນນີ້.
ພຣະວິນຍານຂອງພຣະເຈົ້າຢາເວຈະຊົງສະຖິດຢູ່ກັບເພິ່ນ, ວິນຍານແຫ່ງສະຕິປັນຍາ ວິນຍານແຫ່ງຄວາມເຂົ້າໃຈ. ວິນຍານແຫ່ງທີ່ປຶກສາ ວິນຍານແຫ່ງຣິດອຳນາດ ວິນຍານແຫ່ງຄວາມຮູ້ ວິນຍານແຫ່ງການຢຳເກງພຣະເຈົ້າຢາເວ
ພຣະວິນຍານຂອງພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າໄດ້ສະຖິດກັບເຮົາ. ເພາະພຣະເຈົ້າຢາເວໄດ້ຫົດສົງແຕ່ງຕັ້ງເຮົາໄວ້ ເພື່ອນຳເອົາຂ່າວປະເສີດໄປສູ່ຜູ້ຍາກຈົນ ເພື່ອປິ່ນປົວຄົນລະທົມໃຈແລະຊອກຊໍ້າ ເພື່ອປະກາດການປົດປ່ອຍແກ່ຊະເລີຍເສິກ ແລະເສລີພາບແກ່ຜູ້ທີ່ຖືກຂັງຄຸກ.
ແຕ່ຈະຕ້ອງເຮັດເປັນເຂົ້າຈີ່ບໍ່ມີເຊື້ອແປ້ງກິນໃນບ່ອນສັກສິດຄື: ທີ່ເດີ່ນຂອງຫໍເຕັນບ່ອນຊຸມນຸມ. ເຮົາໄດ້ໃຫ້ເຄື່ອງທີ່ເຫຼືອຈາກການຖວາຍບູຊາດ້ວຍໄຟນັ້ນ ເປັນຂອງປະໂຣຫິດ. ມັນເປັນເຄື່ອງບໍຣິສຸດທີ່ສຸດ ເໝືອນກັນກັບເຄື່ອງຖວາຍເພື່ອລຶບລ້າງບາບ ແລະເຄື່ອງຖວາຍເພື່ອຊົດໃຊ້ແທນຄືນ.
ເພິ່ນໄດ້ເອົານໍ້າມັນບາງສ່ວນຊິດເຈັດເທື່ອໃສ່ແທ່ນບູຊາກັບເຄື່ອງໃຊ້ຂອງແທ່ນ, ໃສ່ຂັນກັບພານຮອງຂັນ ເພື່ອອຸທິດຖວາຍສິ່ງເຫຼົ່ານີ້.
ເທວະດາໄດ້ຕອບວ່າ, “ພຣະວິນຍານບໍຣິສຸດເຈົ້າຈະສະເດັດມາຢູ່ເທິງເຈົ້າ ແລະຣິດເດດຂອງພຣະເຈົ້າອົງສູງສຸດຈະປົກຄຸມເຈົ້າໄວ້. ດ້ວຍເຫດນີ້ ເດັກຜູ້ບໍຣິສຸດຈະເປັນທີ່ເອີ້ນວ່າພຣະບຸດຂອງພຣະເຈົ້າ.
ຂ້ານ້ອຍຖວາຍຕົວແກ່ພຣະອົງ ເພາະເຫັນແກ່ພວກເຂົາ ເພື່ອໃຫ້ພວກເຂົາໄດ້ຮັບການຊົງຊຳລະແຕ່ງຕັ້ງໄວ້ດ້ວຍຄວາມຈິງເໝືອນກັນ.
ພຣະອົງຜູ້ທີ່ພຣະເຈົ້າໄດ້ໃຊ້ມານັ້ນ ກ່າວພຣະທຳຂອງພຣະເຈົ້າ ເພາະພຣະເຈົ້າໄດ້ປະທານພຣະວິນຍານໃຫ້ເພິ່ນຢ່າງບໍ່ຈຳກັດ.
ໂດຍພຣະອົງນັ້ນ, ເຈົ້າທັງຫລາຍຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ, ຜູ້ຊົງເປັນປັນຍາຈາກພຣະເຈົ້າ ແລະຊົງເປັນຜູ້ເຮັດໃຫ້ເຮົາຊອບທຳ ແລະຊົງຊຳລະເຮົາໃຫ້ເປັນໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າ ແລະຊົງໄຖ່ເຮົາໃຫ້ພົ້ນ.
ເພາະວ່າ ພຣະເຈົ້າໄດ້ຊົງກະທຳໃຫ້ພຣະຄຣິດ ຜູ້ຊົງບໍ່ມີຄວາມຜິດບາບນັ້ນ ໄດ້ເຂົ້າສ່ວນກັບຄວາມຜິດບາບຂອງພວກເຮົາ ເພື່ອພວກເຮົາຈະໄດ້ເຂົ້າສ່ວນໃນຄວາມຊອບທຳຂອງພຣະເຈົ້າໂດຍທາງພຣະອົງ.
ພຣະມະຫາປະໂຣຫິດຢ່າງນີ້ແຫຼະ ທີ່ເໝາະສົມສຳລັບພວກເຮົາ ຄືເປັນຜູ້ບໍຣິສຸດປາສະຈາກຜິດ ຫລືສິ່ງຊົ່ວມົວໝອງ ແຍກຈາກຄົນບາບທັງປວງ ຊົງປະທັບຢູ່ເໜືອຟ້າສະຫວັນ.