ເມື່ອກະສັດແຫ່ງອິດສະຣາເອນໄດ້ອ່ານຈົດໝາຍນັ້ນແລ້ວ, ເພິ່ນກໍຈີກເຄື່ອງນຸ່ງຂອງຕົນດ້ວຍຄວາມທຸກໃຈ ແລະຮ້ອງຂຶ້ນວ່າ, “ກະສັດແຫ່ງຊີເຣຍຫວັງຢາກໃຫ້ເຮົາປິ່ນປົວຊາຍຄົນນີ້ໃຫ້ດີໄດ້ຢ່າງໃດ? ເພິ່ນຄິດວ່າເຮົາເປັນພຣະເຈົ້າ ທີ່ມີອຳນາດບອກໃຫ້ຕາຍ ຫລືໃຫ້ເປັນໄດ້ຊັ້ນບໍ? ມັນເປັນການຈະແຈ້ງແລ້ວວ່າລາວຊອກຫາເລື່ອງເກາະຜິດກັບເຮົາ.”