Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:5 - ພຣະຄຳພີສັກສິ

5 ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”

Uka jalj uñjjattʼäta Copia luraña




ອົບພະຍົບ 4:5
27 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາຮາມ​ທີ່​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ ໃນ​ຂະນະທີ່​ເພິ່ນ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເຕັນ​ເວລາ​ແດດ​ກ້າ


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ໄປ​ປະເທດ​ເອຢິບ; ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ຢູ່.


ແລະ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ຂ້າງ​ລາວ. ພຣະອົງ​ກ່າວ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ປູ່​ຂອງ​ເຈົ້າ​ແລະ​ພຣະເຈົ້າ​ຂອງ​ອີຊາກ; ເຮົາ​ຈະ​ມອບ​ດິນແດນ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່​ນີ້​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.


ແລ້ວ​ເພິ່ນ​ກໍ​ອວຍພອນ​ແກ່​ໂຢເຊັບ ວ່າ: “ຂໍ​ພຣະເຈົ້າ​ອົງ​ທີ່​ພໍ່​ຂອງ​ຂ້ານ້ອຍ​ຄື​ອີຊາກ​ແລະ​ອັບຣາຮາມ ຜູ້​ທີ່​ບາກບັ່ນ​ຮັບໃຊ້​ພຣະອົງ ອວຍພອນ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ພຣະເຈົ້າ​ອົງ​ທີ່​ນຳພາ​ຂ້ານ້ອຍ​ທຸກ​ມື້ນີ້​ແລະ​ທຸກ​ເວລາ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ເທີ້ນ


ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ປາກົດ​ແກ່​ພໍ່​ທີ່​ເມືອງ​ລູເຊ ໃນ​ການາອານ​ແລະ​ອວຍພອນ​ພໍ່.


ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ວັນ​ຕໍ່ມາ​ແຕ່​ເຊົ້າໆ ປະຊາຊົນ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ກ່ອນ​ພວກເຂົາ​ຈະ​ອອກ​ໄປ ກະສັດ​ເຢໂຮຊາຟັດ​ໄດ້​ກ່າວ​ແກ່​ພວກເຂົາ ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້: “ນັກຮົບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ແລະ​ພວກທ່ານ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ. ຈົ່ງ​ເຊື່ອໝັ້ນ​ສິ່ງ​ທີ່​ຜູ້ທຳນວາຍ​ບອກ​ພວກທ່ານ ແລະ​ພວກທ່ານ​ຈະ​ເຮັດ​ສຳເລັດ​ໜ້າທີ່.”


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ເມກ​ອັນ​ຕຶບໜາ ເພື່ອ​ວ່າ​ປະຊາຊົນ​ຈະ​ໄດ້ຍິນ​ເຮົາ​ກ່າວ​ແກ່​ເຈົ້າ ແລະ​ພວກເຂົາ​ຈະ​ໄດ້​ເຊື່ອຟັງ​ເຈົ້າ​ຕະຫລອດໄປ.” ໂມເຊ​ຈຶ່ງ​ບອກ​ພຣະເຈົ້າຢາເວ​ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ມາ​ນັ້ນ


ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ອີກ​ວ່າ, “ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໃຊ້​ຂ້ອຍ​ມາ​ຫາ​ພວກເຈົ້າ.’ ອັນນີ້ ແມ່ນ​ຊື່​ຂອງເຮົາ ແລະ​ຊື່​ນີ້​ຈະ​ບໍ່ມີ​ການ​ປ່ຽນແປງ​ຈັກເທື່ອ ທຸກ​ຊົ່ວ​ອາຍຸ​ຄົນ​ຈະ​ເອີ້ນ​ຊື່​ນີ້​ຕະຫລອດໄປ.


ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ເມື່ອ​ພຣະເຈົ້າຢາເວ​ເຫັນ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້, ພຣະອົງ​ຈຶ່ງ​ກ່າວ​ອອກ​ມາ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ ໂມເຊ​ເອີຍ.” ໂມເຊ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ໂມເຊ​ໄດ້​ຕອບ​ວ່າ, “ແຕ່​ຖ້າ​ວ່າ​ຊາວ​ອິດສະຣາເອນ​ບໍ່​ເຊື່ອ ແລະ​ທັງ​ບໍ່​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກ່າວ​ໄປ​ນັ້ນ, ແຕ່​ພວກເຂົາ​ກັບ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ບໍ່ໄດ້​ປາກົດ​ຕໍ່​ເຈົ້າ​ດອກ.’ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຢ່າງ​ໃດ?”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໂມເຊ​ວ່າ, “ຈັບ​ຫາງ​ມັນ​ໄວ້.” ໂມເຊ​ຈຶ່ງ​ກົ້ມ​ລົງ​ຈັບ​ຫາງ​ງູ ແລະ​ງູ​ນັ້ນ​ກໍ​ກາຍເປັນ​ໄມ້ຄ້ອນເທົ້າ​ຄື​ເກົ່າ.


ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ພວກເຂົາ ຈາກ​ແດນ​ໄກ. ຊາດ​ອິດສະຣາເອນ​ເອີຍ ເຮົາ​ຮັກ​ແພງ​ເຈົ້າ​ສະເໝີ​ມາ. ດັ່ງນັ້ນ ເຮົາ​ຈຶ່ງ​ສືບຕໍ່​ໃຫ້​ຄວາມຮັກ​ອັນ​ໝັ້ນຄົງ​ແກ່​ເຈົ້າ.


ເພື່ອ​ເຫັນ​ແກ່​ເຈົ້າ​ທັງຫລາຍ ເຮົາ​ດີໃຈ​ທີ່​ເຮົາ​ບໍ່ໄດ້​ຢູ່​ຫັ້ນ​ກັບ​ລາວ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ເຊື່ອ, ໃຫ້​ພວກເຮົາ​ໄປ​ຫາ​ລາວ​ເທາະ.”


ຂ້ານ້ອຍ​ຮູ້​ວ່າ​ພຣະບິດາເຈົ້າ​ຟັງ​ຂ້ານ້ອຍ​ຢູ່​ສະເໝີ, ແຕ່​ຂ້ານ້ອຍ​ເວົ້າ​ຢ່າງ​ນີ້​ກໍ​ເພື່ອ​ເຫັນ​ແກ່​ຄົນ​ທັງຫລາຍ​ທີ່​ຢືນ​ອ້ອມ​ຢູ່​ນີ້ ເພື່ອ​ພວກເຂົາ​ຈະ​ໄດ້​ເຊື່ອ​ວ່າ ແມ່ນ​ພຣະບິດາເຈົ້າ​ທີ່​ເປັນ​ຜູ້​ໄດ້​ໃຊ້​ຂ້ານ້ອຍ​ມາ.”


ແລ້ວ​ພຣະອົງ​ກໍ​ກ່າວ​ຕໍ່​ໂທມາ​ວ່າ, “ຈົ່ງ​ເອົາ​ນິ້ວມື​ຂອງ​ເຈົ້າ​ມາ​ນີ້ ແລະ​ລູບ​ເບິ່ງ​ຝາມື​ຂອງເຮົາ ແລະ​ເອົາ​ມື​ຂອງ​ເຈົ້າ​ແປະ​ຂ້າງ​ຂອງເຮົາ​ດ້ວຍ ຢ່າ​ຂາດ​ຄວາມເຊື່ອ ແຕ່​ຈົ່ງ​ເຊື່ອ.”


ການ​ທີ່​ໄດ້​ຈົດ​ເຫດການ​ເຫຼົ່ານີ້​ໄວ້​ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ແຕ່​ເຮົາ​ມີ​ຄຳ​ພະຍານ​ທີ່​ສຳຄັນ​ກວ່າ​ຄຳ​ພະຍານ​ຂອງ​ໂຢຮັນ​ອີກ​ຄື: ວຽກງານ​ທີ່​ພຣະບິດາເຈົ້າ​ໄດ້​ມອບ​ແກ່​ເຮົາ​ເພື່ອ​ເຮັດ​ໃຫ້​ສຳເລັດ ແມ່ນ​ງານ​ທີ່​ເຮົາ​ເຮັດ​ຢູ່​ດຽວ​ນີ້​ແຫຼະ ທີ່​ເປັນ​ພະຍານ​ໃຫ້​ແກ່​ເຮົາ​ວ່າ​ພຣະບິດາເຈົ້າ​ໄດ້​ໃຊ້​ເຮົາ​ມາ.


ຝ່າຍ​ຊະເຕຟາໂນ​ໄດ້​ຕອບ​ວ່າ, “ພີ່ນ້ອງ​ແລະ​ພວກ​ຍາພໍ່​ທັງຫລາຍ​ເອີຍ, ຂໍໂຜດ​ຟັງ​ຂ້ານ້ອຍ​ກ່າວ​ເທີ້ນ ພຣະເຈົ້າ​ແຫ່ງ​ສະຫງ່າຣາສີ​ໄດ້​ປາກົດ​ແກ່​ອັບຣາຮາມ ບັນພະບຸລຸດ​ຂອງ​ພວກເຮົາ ເມື່ອ​ເພິ່ນ​ຍັງ​ຢູ່​ທີ່​ເມໂຊໂປຕາເມຍ ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka