4 ແລ້ວພຣະເຈົ້າຢາເວກໍສັ່ງໂມເຊວ່າ, “ຈັບຫາງມັນໄວ້.” ໂມເຊຈຶ່ງກົ້ມລົງຈັບຫາງງູ ແລະງູນັ້ນກໍກາຍເປັນໄມ້ຄ້ອນເທົ້າຄືເກົ່າ.
ເພິ່ນສັ່ງວ່າ, “ຈັບເອົາຂຶ້ນມາ.” ແລະຊາຍຄົນນັ້ນກໍຢື້ມືລົງໄປ ແລະຈັບເອົາຫົວຂວານຂຶ້ນມາ.
ເຈົ້າຈະເອົາຊະນະສິງໂຕຮ້າຍແລະງູພິດທັງຫລາຍ ໂດຍຢຽບຢໍ່າມັນລົງຢູ່ໃຕ້ຕີນເຈົ້າ.
ພຣະອົງຈຶ່ງສັ່ງໂມເຊວ່າ, “ຖິ້ມມັນລົງພື້ນດິນເບິ່ງດູ.” ເມື່ອໂມເຊຖິ້ມໄມ້ຄ້ອນເທົ້ານັ້ນລົງພື້ນດິນ ມັນກໍກາຍເປັນງູ ແລະໂມເຊຈຶ່ງແລ່ນໜີໄປ.
ພຣະເຈົ້າຢາເວບອກວ່າ, “ຈົ່ງເຮັດຢ່າງນີ້ເພື່ອພິສູດໃຫ້ຊາວອິດສະຣາເອນເຫັນວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຂົາ, ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໄດ້ປາກົດແກ່ເຈົ້າ.”
ພວກເຂົາຈະຈັບງູ ຫລືດື່ມຂອງມີພິດຢ່າງໜຶ່ງຢ່າງໃດ ສິ່ງເຫຼົ່ານີ້ຈະບໍ່ເປັນອັນຕະລາຍແກ່ພວກເຂົາ ເມື່ອພວກເຂົາວາງມືໃສ່ຄົນປ່ວຍ ແລະຄົນປ່ວຍນັ້ນກໍຈະຫາຍດີ.”
ເບິ່ງແມ! ເຮົາໄດ້ໃຫ້ພວກເຈົ້າມີສິດອຳນາດຢຽບງູ ແລະແມງງອດ ແລະໃຫ້ມີຣິດອຳນາດເໜືອກຳລັງຂອງສັດຕູ ແລະບໍ່ມີສິ່ງໃດ ຈະເຮັດອັນຕະລາຍແກ່ພວກເຈົ້າໄດ້.
ແມ່ຂອງພຣະອົງຈຶ່ງບອກຕໍ່ຄົນຮັບໃຊ້ວ່າ, “ເພິ່ນບອກພວກເຈົ້າໃຫ້ເຮັດອັນໃດ ຈົ່ງເຮັດຕາມເດີ.”