29 ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປໃນປະເທດເອຢິບ ແລະເອີ້ນປະຊຸມບັນດາຜູ້ນຳຂອງຊົນຊາດອິດສະຣາເອນ.
ແລ້ວພຣະອົງກໍໄດ້ສົ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄປ ແລະສົ່ງອາໂຣນຜູ້ທີ່ພຣະອົງໄດ້ເລືອກໄວ້.
ສະນັ້ນ ໂມເຊຈຶ່ງລົງໄປທີ່ຄ້າຍພັກ ເອີ້ນບັນດາຫົວໜ້າປະຊາຊົນອິດສະຣາເອນມາປະຊຸມ ແລະບອກສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນສູ່ພວກເຂົາຟັງ.
ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ.
ພຣະອົງບໍ່ໄດ້ທຳລາຍບັນດາຫົວໜ້າຂອງຊາດອິດສະຣາເອນ; ພວກເຂົາໄດ້ເຫັນພຣະເຈົ້າ ແລ້ວພວກເຂົາກໍພາກັນກິນແລະດື່ມ.
ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ.