Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:24 - ພຣະຄຳພີສັກສິ

24 ໃນ​ບ່ອນ​ພັກ​ແຮມ​ຄືນ​ແຫ່ງ​ໜຶ່ງ​ຕາມ​ທາງ​ໄປ​ສູ່​ປະເທດ​ເອຢິບ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ໂມເຊ​ເພື່ອ​ໝາຍ​ຈະ​ຂ້າ​ເພິ່ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 4:24
8 Jak'a apnaqawi uñst'ayäwi  

ຊາຍ​ຄົນ​ໃດ​ທີ່​ບໍ່​ຍອມ​ເຮັດ​ພິທີຕັດ ຊາຍ​ຄົນ​ນັ້ນ​ກໍ​ຈະ​ຖືກ​ຕັດ​ອອກ​ຈາກ​ພີ່ນ້ອງ​ຂອງຕົນ ເພາະ​ລາວ​ບໍ່​ຮັກສາ​ພັນທະສັນຍາ​ທີ່​ໄດ້​ມີ​ໄວ້​ກັບ​ເຮົາ.”


ໃນ​ບ່ອນ​ທີ່​ພັກ​ເຊົາ​ແຮມ​ຄືນ​ແຫ່ງ​ໜຶ່ງ ມີ​ຄົນ​ໜຶ່ງ​ໃນ​ພວກເຂົາ​ໄດ້​ໄຂ​ຖົງ​ເພື່ອ​ເອົາ​ເຟືອງ​ໃຫ້​ລໍ​ກິນ ລາວ​ເລີຍ​ພົບ​ເງິນ​ຢູ່​ໃນ​ປາກ​ຂອງ​ຖົງເຂົ້າ.


ເມື່ອ​ໄປ​ຕາມ​ທາງ ໄດ້​ມີ​ສິງ​ໂຕໜຶ່ງ​ອອກ​ມາ​ກັດ​ເພິ່ນ​ຕາຍ. ຊາກສົບ​ຂອງ​ເພິ່ນ​ນອນ​ຢຽດ​ຢູ່​ກາງ​ຖະໜົນ ສ່ວນ​ລໍ​ກັບ​ສິງ​ກໍໄດ້​ຢືນ​ຢູ່​ໃກ້​ຂ້າງ​ເພິ່ນ​ໃນ​ທີ່ນັ້ນ.


ກະສັດ​ດາວິດ​ໄດ້​ຫລຽວຂື້ນ ແລະ​ໄດ້ເຫັນ​ເທວະດາ​ຂອງ​ພຣະເຈົ້າຢາເວ​ຕົນ​ນັ້ນ​ຢືນ​ຢູ່​ໃນ​ກາງ​ອາກາດ ໂດຍ​ຖື​ດາບ​ຢູ່​ໃນ​ມື​ຕຽມພ້ອມ​ທີ່​ຈະ​ທຳລາຍ​ນະຄອນ​ເຢຣູຊາເລັມ. ແລ້ວ​ກະສັດ​ດາວິດ ແລະ​ບັນດາ​ຜູ້ນຳ​ປະຊາຊົນ ທຸກຄົນ​ລ້ວນແຕ່​ໃສ່​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ ໄດ້​ຂາບລົງ​ດິນ.


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ເຮົາ​ຈະ​ຄຸບ​ກັດ​ພວກເຈົ້າ​ເໝືອນ​ໝີ​ທີ່​ສູນເສຍ​ລູກ​ຂອງ​ມັນ; ເຮົາ​ຈະ​ຈີກ​ພວກເຈົ້າ​ອອກ. ເຮົາ​ຈະ​ເປັນ​ດັ່ງ​ສິງ​ທີ່​ຈີກ​ພວກເຈົ້າ​ກິນ​ຄາ​ບ່ອນ ແລະ​ຈະ​ເປັນ​ດັ່ງ​ສັດປ່າ​ທີ່​ຈີກ​ພວກເຈົ້າ​ອອກ​ເປັນ​ຕ່ອນໆ.


ແລ້ວ​ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ໄດ້​ປະກາດ​ໄວ້​ດັ່ງນີ້: ‘ທຸກຄົນ​ທີ່​ຮັບໃຊ້​ເຮົາ​ຕ້ອງ​ຢຳເກງ​ຄວາມ​ບໍຣິສຸດ​ຂອງເຮົາ; ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງເຮົາ​ເຫັນ​ສະຫງ່າຣາສີ​ຂອງເຮົາ.”’ ສ່ວນ​ອາໂຣນ​ກໍໄດ້​ແຕ່​ຕົກສະເງີ້​ຈົນ​ປາກ​ບໍ່​ອອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka