ອົບພະຍົບ 4:23 - ພຣະຄຳພີສັກສິ23 ເຮົາສັ່ງເຈົ້າໃຫ້ປ່ອຍພວກເຂົາໄປນະມັດສະການເຮົາ ແຕ່ເຈົ້າບໍ່ຍອມຟັງເຮົາ. ບັດນີ້ ເຮົາຈະຂ້າລູກຊາຍກົກຂອງເຈົ້າຖິ້ມ.”’ Uka jalj uñjjattʼäta |
ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້.
ໂມເຊເລົ່າສູ່ເຢທະໂຣຟັງທຸກສິ່ງທຸກຢ່າງ ທີ່ພຣະເຈົ້າຢາເວໄດ້ເຮັດຕໍ່ກະສັດຟາໂຣແລະຕໍ່ຊາວເອຢິບ ເພື່ອຊ່ວຍກອບກູ້ເອົາຊາວອິດສະຣາເອນ. ເພິ່ນຍັງໄດ້ເລົ່າເຖິງຄວາມຍາກລຳບາກນາໆປະການ ທີ່ຊາວອິດສະຣາເອນໄດ້ປະເຊີນໃນການເດີນທາງ ແລະເຖິງການທີ່ພຣະເຈົ້າຢາເວໄດ້ໂຜດຊ່ວຍພວກເຂົາໃຫ້ພົ້ນຢ່າງໃດ.
ປະຊາຊົນຂອງເຮົາຈະເຊື່ອຟັງສິ່ງທີ່ເຈົ້າກ່າວແກ່ພວກເຂົາ. ແລ້ວເຈົ້າກັບບັນດາຜູ້ນຳຂອງຊາດອິດສະຣາເອນຈົ່ງໄປຫາກະສັດຟາໂຣແຫ່ງເອຢິບ ແລະບອກລາວວ່າ, ‘ພຣະເຈົ້າຢາເວພຣະເຈົ້າຂອງຊາວເຮັບເຣີ ໄດ້ປາກົດຕໍ່ພວກຂ້ານ້ອຍ. ບັດນີ້ຂໍທ່ານອະນຸຍາດໃຫ້ພວກຂ້ານ້ອຍ ເດີນທາງເປັນໄລຍະສາມວັນສູ່ຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍດ້ວຍເຖີດ.’