Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:21 - ພຣະຄຳພີສັກສິ

21 ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.

Uka jalj uñjjattʼäta Copia luraña




ອົບພະຍົບ 4:21
34 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຈົ້າຢາເວ​ເຫັນ​ດັ່ງນັ້ນ ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ອະນຸຍາດ​ໃຫ້​ມະນຸດ​ມີ​ຊີວິດ​ຢູ່​ຕະຫລອດໄປ ເພາະ​ພວກເຂົາ​ເປັນ​ມະນຸດ​ທີ່​ຕ້ອງ​ຕາຍ, ແຕ່​ບັດນີ້​ໄປ ພວກເຂົາ​ຈະ​ມີ​ອາຍຸ​ບໍ່​ເກີນ 120 ປີ.”


ພຣະເຈົ້າຢາເວ​ຖາມ​ວ່າ, ‘ດ້ວຍວິທິ​ໃດ?’ ວິນຍານ​ດວງນັ້ນ​ໄດ້​ຕອບ​ຄືນ​ວ່າ, ‘ຂ້ານ້ອຍ​ຈະ​ໄປ​ເຮັດ​ໃຫ້​ພວກ​ຜູ້ທຳນວາຍ​ເວົ້າຕົວະ.’ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, ‘ຈົ່ງ​ໄປ​ຫລອກລວງ​ລາວ​ສາ ເຈົ້າ​ຈະ​ສຳເລັດ.”’


ຊາວ​ເອຢິບ​ຈຶ່ງ​ກຽດຊັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ອຸບາຍ​ຕໍ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ກິດຈະການ​ຍິ່ງໃຫຍ່​ກັບ​ສິ່ງ​ອັດສະຈັນ​ຂອງ​ພຣະອົງ ທີ່​ທົ່ງພຽງ​ເມືອງ​ໂຊອານ​ໃນ​ເອຢິບ​ນັ້ນ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ. ເຮົາ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ກັບ​ບັນດາ​ຂ້າຣາຊການ​ຂອງ​ລາວ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ ເພື່ອ​ເຮົາ​ຈະ​ສຳແດງ​ໝາຍສຳຄັນ​ກັບ​ການ​ອັດສະຈັນ​ເຫຼົ່ານີ້​ໃນ​ທ່າມກາງ​ພວກເຂົາ


ແຕ່​ພຣະເຈົ້າຢາເວ​ຍັງ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ.


ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ມີ​ໃຈ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຕໍ່ໄປ. ດັ່ງນັ້ນ ເພິ່ນ​ຈຶ່ງ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.


ໂມເຊ​ແລະ​ອາໂຣນ​ໄດ້​ເຮັດ​ການ​ອັດສະຈັນ​ເຫຼົ່ານັ້ນ​ຊ້ອງໜ້າ​ກະສັດ​ຟາໂຣ, ແຕ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ອອກ​ໜີໄປ​ຈາກ​ປະເທດ.


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ອີກ​ວ່າ, “ກະສັດ​ຟາໂຣ​ຈະ​ສືບຕໍ່​ບໍ່​ຍອມ​ຟັງ​ເຈົ້າ ເພື່ອ​ເຮົາ​ຈະ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ຕື່ມ​ອີກ​ໃນ​ປະເທດ​ເອຢິບ.”


ເຮົາ​ຈະ​ເຮັດ​ໃຫ້​ຊາວ​ເອຢິບ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຫລາຍ​ຍິ່ງ​ຂຶ້ນ ແລະ​ພວກເຂົາ​ຈະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ເຮົາ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກຽດຕິຍົດ ເມື່ອ​ເຮົາ​ໄດ້​ຊະນະ​ກະສັດ​ຟາໂຣ, ກອງທັບ, ທະຫານ​ມ້າ, ລົດຮົບ, ພ້ອມ​ຄົນຂັບ​ຂອງ​ລາວ​ເທົ່ານັ້ນ.


ເຮົາ​ຈະ​ເຮັດ​ໃຫ້​ລາວ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຂຶ້ນ​ອີກ ແລະ​ໄລ່​ຕິດຕາມ​ພວກເຈົ້າ​ມາ ແລະ​ໄຊຊະນະ​ຂອງເຮົາ​ທີ່​ມີ​ຕໍ່​ລາວ ແລະ​ກອງທັບ​ຂອງ​ລາວ ຈະ​ນຳ​ກຽດ​ສັກສີ​ແລະ​ຊື່ສຽງ​ມາ​ໃຫ້​ເຮົາ. ແລ້ວ​ຊາວ​ເອຢິບ​ກໍ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ.” ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ເຮັດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ນັ້ນ​ທຸກປະການ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ ແລະ​ໄລ່​ຕິດຕາມ​ຊາວ​ອິດສະຣາເອນ ຊຶ່ງ​ພວມ​ເດີນທາງ​ໄປ​ຢ່າງ​ມີໄຊ.


ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ໄປ ເວັ້ນໄວ້​ແຕ່​ລາວ​ຈະ​ຖືກ​ບີບ​ບັງຄັບ​ເທົ່ານັ້ນ.


ແຕ່​ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ລົງໂທດ​ປະເທດ​ເອຢິບ ໂດຍ​ເຮັດ​ການ​ອັດສະຈັນ​ທັງໝົດ​ຂອງເຮົາ​ອັນ​ໜ້າຢ້ານກົວ​ຢູ່​ທີ່​ນັ້ນ. ແລ້ວ​ລາວ​ກໍ​ຈະ​ປ່ອຍ​ໃຫ້​ພວກເຈົ້າ​ໄປ.


ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ເຊື່ອຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ແຕ່​ເຮົາ​ຈະ​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈແຂງ ທັງ​ບໍ່​ຍອມ​ເຊື່ອຟັງ​ເຈົ້າ ແມ່ນ​ວ່າ​ເຮົາ​ຈະ​ເຮັດ​ການ​ອິດທີຣິດ ແລະ​ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນາໆ​ປະການ ທີ່​ປະເທດ​ເອຢິບ​ກໍຕາມ.


ຝູງ​ກົບ​ຈະ​ໜີໄປ​ຈາກ​ທ່ານ, ຈາກ​ວັງ, ຈາກ​ບັນດາ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ ແລະ​ມັນ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.


ແຕ່​ພຣະເຈົ້າຢາເວ​ຍັງ​ໄດ້​ເຮັດ​ໃຫ້​ກະສັດ​ຟາໂຣ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຄື​ເກົ່າ. ເພິ່ນ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ແລະ​ເພິ່ນ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ໂມເຊ​ທຸກປະການ.


ແລ້ວ​ພຣະອົງ​ກໍ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຮັດ​ໃຫ້​ຈິດໃຈ​ຂອງ​ຊົນຊາດ​ນີ້​ມືດມົນ, ຫູ​ຂອງ​ພວກເຂົາ​ໜວກ ແລະ​ຕາ​ຂອງ​ພວກເຂົາ​ບອດ ເພື່ອ​ບໍ່​ໃຫ້​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້. ຖ້າ​ພວກເຂົາ​ເຫັນ ຫລື​ໄດ້ຍິນ ຫລື​ເຂົ້າໃຈ​ໄດ້ ພວກເຂົາ​ຈະ​ກັບ​ມາ​ຫາ​ເຮົາ​ແລະ​ຮັບ​ການ​ປິ່ນປົວ​ໃຫ້​ດີ.”


ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ພວກ​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ດື້ດຶງ​ຈົນ​ຫັນໜີ​ໄປ​ຈາກ​ພຣະອົງ? ເພື່ອ​ເຫັນ​ແກ່​ພວກ​ທີ່​ຮັບໃຊ້​ພຣະອົງ ແລະ​ປະຊາຊົນ​ທີ່​ເປັນ​ພວກ​ຂອງ​ພຣະອົງ ຈົ່ງ​ກັບ​ມາ​ເທີ້ນ.


“ພຣະອົງ​ໄດ້​ເຮັດ​ໃຫ້​ຕາ​ພວກເຂົາ​ບອດ​ໄປ ແລະ ເຮັດ​ໃຫ້​ຈິດໃຈ​ຂອງ​ພວກເຂົາ​ແຂງ​ກະດ້າງ ຢ້ານ​ວ່າ​ພວກເຂົາ​ຈະ​ເຫັນ​ດ້ວຍ​ຕາ ແລະ ສັງເກດ​ຮູ້​ດ້ວຍ​ໃຈ ແລ້ວ​ຈະ​ກັບ​ໃຈ​ໃໝ່ ເຮົາ​ຈະ​ຮັກສາ​ໃຫ້​ພວກເຂົາ​ດີ.”


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.


ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ​ນັ້ນ ແມ່ນ​ກິ່ນ​ເໝັນ​ແຫ່ງ​ຄວາມ​ຕາຍ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ສຳລັບ​ພວກ​ທີ່​ຖືກ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ແມ່ນ​ກິ່ນ​ຫອມ​ຫວານ​ແຫ່ງ​ຊີວິດ​ທີ່​ນຳ​ໄປ​ສູ່​ຊີວິດ. ຜູ້ໃດ​ໜໍ ຈະ​ເປັນ​ຜູ້​ທີ່​ຄູ່​ຄວນ​ກັບ​ພາລະກິດ​ເຊັ່ນນີ້?


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ໃຫ້​ພວກເຮົາ​ຢຶດເອົາ​ເມືອງ​ຕ່າງໆ ຕັ້ງແຕ່​ອາໂຣເອ​ໄປ ດັ່ງນີ້: ເມືອງ​ແຄມ​ຮ່ອມພູ​ອາກໂນນ ແລະ​ເມືອງ​ທີ່​ຢູ່​ທາງ​ກາງ​ຮ່ອມພູ, ຕະຫລອດ​ທຸກ​ເມືອງ​ທີ່​ຢູ່​ຕາມ​ທາງ​ໄປ​ສູ່​ເຂດແດນ​ກີເລອາດ. ບໍ່ມີ​ເມືອງ​ໃດ​ທີ່​ມີ​ກຳແພງ​ແໜ້ນໜາ ພໍ​ທີ່​ພວກເຮົາ​ຈະ​ຢຶດເອົາ​ບໍ່ໄດ້.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ໃຈ​ຢາກ​ສູ້ຮົບ​ຊາວ​ອິດສະຣາເອນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຖືກ​ທຳລາຍ​ຢ່າງ​ໝົດກ້ຽງ​ເປັນ​ການ​ລົງໂທດ ແລະ​ເພື່ອ​ທຸກຄົນ​ຈະ​ຖືກ​ຂ້າ​ຢ່າງ​ບໍ່​ປານີ ເໝືອນ​ດັ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ.


ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka