19 ໃນຕອນທີ່ໂມເຊຍັງຢູ່ທີ່ມີດີອານນັ້ນ ພຣະເຈົ້າຢາເວໄດ້ບອກລາວວ່າ, “ຈົ່ງກັບເມືອເອຢິບສາ ເພາະພວກທີ່ຢາກຂ້າເຈົ້ານັ້ນໄດ້ຕາຍໄປໝົດແລ້ວ.”
ເມື່ອກະສັດຟາໂຣໄດ້ຮູ້ເລື່ອງນີ້ ເພິ່ນຈຶ່ງພະຍາຍາມຫາຊ່ອງທາງຂ້າໂມເຊ, ແຕ່ໂມເຊໄດ້ເອົາຕົວຫລົບໜີໄປຢູ່ດິນແດນມີດີອານເສຍກ່ອນ. ພໍໂມເຊໄປຮອດທີ່ນັ້ນ ລາວກໍນັ່ງລົງພັກຜ່ອນເອົາແຮງຢູ່ໃກ້ບໍ່ນໍ້າສ້າງແຫ່ງໜຶ່ງ.
ຕໍ່ມາອີກຫລາຍປີ ກະສັດຟາໂຣແຫ່ງປະເທດເອຢິບກໍໄດ້ຕາຍໄປ, ແຕ່ເພາະຊາວອິດສະຣາເອນຍັງຕົກເປັນທາດຮັບໃຊ້ຢູ່ ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງແລະຮ້ອງຫາຜູ້ຊ່ວຍເຫລືອ. ສຽງຂໍຮ້ອງຂອງພວກເຂົາໄດ້ດັງຂຶ້ນໄປເຖິງພຣະເຈົ້າ.
ເທວະດາຕົນນີ້ໄດ້ກ່າວວ່າ, “ຈົ່ງລຸກຂຶ້ນ ພາກຸມມານແລະແມ່ຂອງເພິ່ນກັບຄືນໄປດິນແດນອິດສະຣາເອນ ເພາະຜູ້ທີ່ຕ້ອງການຂ້າກຸມມານນັ້ນຕາຍແລ້ວ.”