Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:17 - ພຣະຄຳພີສັກສິ

17 ຈົ່ງ​ຖື​ໄມ້ຄ້ອນເທົ້າ​ນີ້​ໄປ​ພ້ອມ ເພື່ອ​ເຈົ້າ​ຈະ​ໃຊ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຕ່າງໆ.”

Uka jalj uñjjattʼäta Copia luraña




ອົບພະຍົບ 4:17
8 Jak'a apnaqawi uñst'ayäwi  

ເພິ່ນ​ກ່າວ​ຕໍ່​ເກຮາຊິ​ວ່າ, “ໄວໆ! ຈົ່ງ​ຖື​ເອົາ​ໄມ້ເທົ້າ​ຂອງຂ້ອຍ ແລະ​ອອກ​ເດີນທາງ​ໄປ. ຖ້າ​ເຈົ້າ​ພົບ​ໃຜ​ກໍ​ຢ່າ​ຢຸດ​ຖາມ​ສະບາຍ ແລະ​ຖ້າ​ໃຜ​ຖາມ​ສະບາຍ​ເຈົ້າ​ກໍ​ຢ່າ​ເສຍ​ເວລາ​ຕອບ. ຈົ່ງ​ກົງ​ໄປ​ທີ່​ເຮືອນ​ແລະ​ວາງ​ໄມ້ເທົ້າ​ຂອງຂ້ອຍ​ໃສ່​ເທິງ​ເດັກ​ນັ້ນ.”


ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້.


ໂມເຊ​ຈຶ່ງ​ສັ່ງ​ໂຢຊວຍ​ວ່າ, “ມື້ອື່ນ ເຈົ້າ​ຈົ່ງ​ເລືອກເຟັ້ນ​ເອົາ​ບາງຄົນ ອອກ​ໄປ​ສູ້ຮົບ​ກັບ​ຊາວ​ອາມາເຫຼັກ. ສ່ວນ​ເຮົາ​ເອງ​ຈະ​ຖື​ໄມ້ຄ້ອນເທົ້າ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ນັ້ນ ຢືນ​ເບິ່ງ​ຢູ່​ເທິງ​ເນີນພູ.”


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຖາມ​ໂມເຊ​ວ່າ, “ແມ່ນ​ຫຍັງ​ທີ່​ເຈົ້າ​ກຳລັງ​ຖື​ຢູ່​ນັ້ນ?” ໂມເຊ​ຕອບ​ວ່າ, “ແມ່ນ​ໄມ້ຄ້ອນເທົ້າ.”


ສະນັ້ນ ໂມເຊ​ຈຶ່ງ​ຈັດແຈ່ງ​ໃຫ້​ລູກ​ເມຍ​ຂຶ້ນ​ຂີ່​ລໍ ແລະ​ກັບຄືນ​ສູ່​ປະເທດ​ເອຢິບ. ສ່ວນ​ເພິ່ນ​ເອງ​ໄດ້​ຖື​ໄມ້ຄ້ອນເທົ້າ​ຂອງ​ພຣະເຈົ້າ​ໄປ​ນຳ.


“ຈົ່ງ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ທີ່​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ​ນັ້ນ ແລ້ວ​ໃຫ້​ເຈົ້າ​ແລະ​ອາໂຣນ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ. ຈົ່ງ​ກ່າວ​ແກ່​ໂງ່ນຫີນ​ຕໍ່ໜ້າ​ພວກເຂົາ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ. ໃນ​ທຳນອງນີ້ ພວກເຈົ້າ​ຈະ​ໄດ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ປະຊາຊົນ ສຳລັບ​ພວກເຂົາ​ແລະ​ສັດ​ຂອງ​ພວກເຂົາ​ໄດ້​ດື່ມ.”


ແຕ່​ພຣະເຈົ້າ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ໂງ່ ເພື່ອ​ໃຫ້​ຄົນ​ສະຫລາດ​ຖືກ​ອັບອາຍ ແລະ​ພຣະອົງ​ໄດ້​ຊົງ​ເລືອກ​ເອົາ​ສິ່ງ​ທີ່​ມະນຸດ​ຖື​ວ່າ​ອ່ອນ​ກຳລັງ ເພື່ອ​ໃຫ້​ຄົນ​ທີ່​ມີ​ກຳລັງ​ຖືກ​ອັບອາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka