Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:14 - ພຣະຄຳພີສັກສິ

14 ພໍ​ໂມເຊ​ເວົ້າ​ດັ່ງນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ ແລະ​ຖາມ​ໂມເຊ​ວ່າ, “ເຈົ້າ​ມີ​ອ້າຍ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ເລວີ ແລະ​ລາວ​ຊື່​ວ່າ​ອາໂຣນ​ບໍ່ແມ່ນ​ບໍ? ເຮົາ​ຮູ້​ວ່າ​ລາວ​ເວົ້າ​ເກັ່ງ. ເວລາ​ນີ້​ລາວ​ກຳລັງ​ອອກ​ມາ​ພົບ​ເຈົ້າ ແລະ​ລາວ​ຈະ​ດີ​ໃຈ​ທີ່ສຸດ​ເມື່ອ​ໄດ້​ພົບ​ເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 4:14
19 Jak'a apnaqawi uñst'ayäwi  

ໃນ​ທັນໃດນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ​ອຸດຊາ ແລະ​ຂ້າ​ລາວ ເພາະ​ລາວ​ບໍ່​ຢ້ານຢຳ​ພຣະອົງ. ອຸດຊາ​ຕາຍ​ໃກ້​ກັບ​ຫີບ​ຂອງ​ພຣະເຈົ້າ​ຢູ່​ທີ່​ນັ້ນ.


ແມ່ນ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ປາກົດ​ຕໍ່​ໂຊໂລໂມນ​ເຖິງ​ສອງ​ຄັ້ງ ແລະ​ສັ່ງ​ເພິ່ນ​ບໍ່​ໃຫ້​ຂາບໄຫວ້​ບັນດາ​ພະ​ຕ່າງຊາດ​ກໍຕາມ; ໂຊໂລໂມນ​ກໍ​ບໍ່ໄດ້​ເຊື່ອຟັງ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ເພິ່ນ ເພິ່ນ​ໄດ້​ຫັນໜີ​ຈາກ​ພຣະອົງ. ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຄຽດຮ້າຍ​ກະສັດ​ໂຊໂລໂມນ


ພຣະເຈົ້າ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ໄດ້​ເຮັດ​ໄປ​ນັ້ນ. ດັ່ງນັ້ນ ພຣະອົງ​ຈຶ່ງ​ລົງໂທດ​ປະຊາຊົນ​ອິດສະຣາເອນ.


ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.


ແຕ່​ໂມເຊ​ຍັງ​ຕອບ​ວ່າ, “ຂໍ​ພຣະອົງ​ໃຊ້​ຄົນອື່ນ​ໄປ​ສາ.”


ຈົ່ງ​ຖື​ໄມ້ຄ້ອນເທົ້າ​ນີ້​ໄປ​ພ້ອມ ເພື່ອ​ເຈົ້າ​ຈະ​ໃຊ້​ເຮັດ​ໝາຍສຳຄັນ​ການ​ອັດສະຈັນ​ຕ່າງໆ.”


ໃນຂະນະ​ດຽວກັນນີ້ ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ຈົ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.” ສະນັ້ນ ອາໂຣນ​ຈຶ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ພູເຂົາ​ຂອງ​ພຣະເຈົ້າ ແລະ​ເມື່ອ​ພວກເພິ່ນ​ໄດ້​ພົບ​ກັນ ອາໂຣນ​ກໍ​ກອດ​ຈູບ​ໂມເຊ.


ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ກ່າວ​ຜ່ານ​ທາງ​ໂມເຊ​ແຕ່​ຜູ້​ດຽວ​ເທົ່ານັ້ນ​ບໍ? ພຣະອົງ​ກໍ​ກ່າວ​ຜ່ານ​ທາງ ພວກເຮົາ​ຄືກັນ​ບໍ່ແມ່ນ​ບໍ?” ພຣະເຈົ້າຢາເວ​ໄດ້ຍິນ​ສິ່ງ​ທີ່​ພວກເຂົາ​ໄດ້​ເວົ້າ​ນັ້ນ. (


ດ້ວຍວ່າ, ພຣະວິນຍານ​ບໍຣິສຸດເຈົ້າ​ເຫັນດີ​ເຫັນພ້ອມ​ກັບ​ພວກເຮົາ​ແລ້ວ​ວ່າ ບໍ່​ໃຫ້​ວາງ​ພາລະໜັກ​ອັນ​ໃດ​ເທິງ​ພວກທ່ານ ນອກຈາກ​ສິ່ງ​ທີ່​ຈຳເປັນ​ເຫຼົ່ານີ້


ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ສະບາຍ​ໃຈ ເພາະ​ເຮົາ​ບໍ່ໄດ້​ພົບ​ຕີໂຕ​ພີ່ນ້ອງ​ຂອງ​ພວກເຮົາ ເຮົາ​ຈຶ່ງ​ອຳລາ​ຄົນ​ຢູ່​ໃນ​ທີ່ນັ້ນ ແລະ​ເດີນທາງ​ໄປ​ສູ່​ແຂວງ​ມາເກໂດເນຍ.


ສ່ວນ​ຄົນອື່ນໆ ຕ່າງ​ກໍ​ຫ່ວງ​ນຳ​ແຕ່​ທຸລະ​ສ່ວນຕົວ​ຂອງຕົນ ບໍ່​ຫ່ວງ​ນຳ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ຕໍ່ມາ ເຮົາ​ໄດ້​ໃຊ້​ໂມເຊ​ແລະ​ອາໂຣນ​ໄປ ແລະ​ເຮົາ​ໄດ້​ນຳ​ເອົາ​ໄພພິບັດ​ອັນ​ໃຫຍ່ຫລວງ​ໄປ​ສູ່​ປະເທດ​ເອຢິບ. ແຕ່​ເຮົາ​ໄດ້​ນຳ​ເອົາ​ພວກເຈົ້າ​ອອກ​ມາ;


ເມື່ອ​ຢາໂຄບ​ແລະ​ຄອບຄົວ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ປະເທດ​ເອຢິບ ຊາວ​ເອຢິບ​ໄດ້​ຂົ່ມເຫັງ​ພວກເພິ່ນ. ຝ່າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ກໍໄດ້​ຮ້ອງ​ຂໍ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ໂມເຊ​ແລະ​ອາໂຣນ​ໃຫ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນ​ພວກເຂົາ​ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້.


ມີ​ຄົນຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້ມາຫາ​ເອລີ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້​ວ່າ, ‘ໃນ​ຄາວ​ທີ່​ອາໂຣນ ບັນພະບຸລຸດ​ຂອງ​ເຈົ້າ​ພ້ອມ​ກັບ​ຄອບຄົວ​ຂອງ​ລາວ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ເອຢິບ​ນັ້ນ ເຮົາ​ໄດ້​ປາກົດ​ໃຫ້​ລາວ​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka