Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 4:13 - ພຣະຄຳພີສັກສິ

13 ແຕ່​ໂມເຊ​ຍັງ​ຕອບ​ວ່າ, “ຂໍ​ພຣະອົງ​ໃຊ້​ຄົນອື່ນ​ໄປ​ສາ.”

Uka jalj uñjjattʼäta Copia luraña




ອົບພະຍົບ 4:13
16 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.


ໃຫ້​ພວກເຂົາ​ຮິບໂຮມ​ອາຫານ​ທຸກ​ຊະນິດ​ໃນ​ປີ​ອຸດົມສົມບູນ​ທີ່​ຈະ​ມາ​ເຖິງ​ໄວ້ ທັງ​ໃຫ້​ອຳນາດ​ແກ່​ພວກເຂົາ​ຮິບໂຮມ​ເຂົ້າ​ໄວ້​ໃນ​ເມືອງ​ຕ່າງໆ ແລະ​ເກັບ​ຮັກສາ​ໄວ້.


ຂໍ​ໃຫ້​ເທວະດາ​ຕົນ​ທີ່​ໄດ້​ຊ່ວຍ​ກູ້​ເອົາ​ຂ້ານ້ອຍ; ຈົ່ງ​ອວຍພອນ​ເຂົາ​ເຫຼົ່ານີ້​ດ້ວຍ ຂໍ​ໃຫ້​ຊື່​ຂອງ​ຂ້ານ້ອຍ​ທັງ​ອີຊາກ​ແລະ​ອັບຣາຮາມ ດຳລົງ​ຄົງ​ຢູ່​ນຳ​ເດັກນ້ອຍ​ເຫຼົ່ານີ້ ຂໍ​ໃຫ້​ພວກເຂົາ​ຈົ່ງ​ມີ​ລູກຫລານ​ຢ່າງ​ຫຼວງຫລາຍ ທັງ​ມີ​ເຊື້ອສາຍ​ມາກມາຍ​ຫລາຍ​ລົ້ນ ແດ່ທ້ອນ.”


ສ່ວນ​ເພິ່ນ​ເອງ​ນັ້ນ​ຍ່າງ​ໄປ​ຕາມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໝົດມື້. ເພິ່ນ​ຢຸດ​ນັ່ງ​ພັກ​ຢູ່​ໃຕ້​ຮົ່ມ​ໄມ້​ຕົ້ນໜຶ່ງ ແລະ​ຄິດ​ຢາກ​ຈະ​ຕາຍ. ເພິ່ນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ​ໄປ​ເທີ້ນ ເພາະ​ຂ້ານ້ອຍ​ບໍ່ດີ​ໄປກວ່າ​ປູ່ຍ່າຕາຍາຍ​ຂອງ​ຂ້ານ້ອຍ.”


ເຮົາ​ຈະ​ໃຊ້​ເທວະດາ​ນຳ​ໜ້າ​ໄປ ເພື່ອ​ປົກປັກ​ຮັກສາ​ພວກເຈົ້າ​ໃນ​ການ​ເດີນທາງ ທັງ​ຈະ​ນຳ​ພວກເຈົ້າ​ໄປ​ບ່ອນ​ທີ່​ເຮົາ​ໄດ້​ຈັດແຈງ​ໄວ້.


ໂມເຊ​ໄດ້​ຕອບ​ວ່າ, “ແຕ່​ຖ້າ​ວ່າ​ຊາວ​ອິດສະຣາເອນ​ບໍ່​ເຊື່ອ ແລະ​ທັງ​ບໍ່​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກ່າວ​ໄປ​ນັ້ນ, ແຕ່​ພວກເຂົາ​ກັບ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ບໍ່ໄດ້​ປາກົດ​ຕໍ່​ເຈົ້າ​ດອກ.’ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຢ່າງ​ໃດ?”


ບັດນີ້​ໂມເຊ​ເອີຍ ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ ແລະ​ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”


ພໍ​ໂມເຊ​ເວົ້າ​ດັ່ງນັ້ນ ພຣະເຈົ້າຢາເວ​ກໍ​ໂກດຮ້າຍ ແລະ​ຖາມ​ໂມເຊ​ວ່າ, “ເຈົ້າ​ມີ​ອ້າຍ​ຜູ້ໜຶ່ງ​ທີ່​ເປັນ​ຊາວ​ເລວີ ແລະ​ລາວ​ຊື່​ວ່າ​ອາໂຣນ​ບໍ່ແມ່ນ​ບໍ? ເຮົາ​ຮູ້​ວ່າ​ລາວ​ເວົ້າ​ເກັ່ງ. ເວລາ​ນີ້​ລາວ​ກຳລັງ​ອອກ​ມາ​ພົບ​ເຈົ້າ ແລະ​ລາວ​ຈະ​ດີ​ໃຈ​ທີ່ສຸດ​ເມື່ອ​ໄດ້​ພົບ​ເຈົ້າ.


ຂ້າພະເຈົ້າ​ຈຶ່ງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ຂ້ານ້ອຍ​ບໍ່​ຮູ້ຈັກ​ວ່າ​ຈະ​ກ່າວ​ຢ່າງໃດ; ຂ້ານ້ອຍ​ຍັງ​ໜຸ່ມ​ເກີນໄປ​ທີ່​ຈະ​ກ່າວ​ຕໍ່ໜ້າ​ມະຫາຊົນ.”


ແຕ່​ເມື່ອ​ຂ້ານ້ອຍ​ກ່າວ​ວ່າ, “ຂ້ອຍ​ຈະ​ລືມໄລ​ພຣະອົງ ທັງ​ຈະ​ບໍ່​ກ່າວ​ເຖິງ​ພຣະນາມ​ຂອງ​ພຣະອົງ​ຕໍ່ໄປ​ອີກ.” ແລ້ວ​ຖ້ອຍຄຳ​ຂອງ​ພຣະອົງ​ກໍ​ຮ້ອນຮົນ​ຢູ່​ພາຍໃນ ດັ່ງ​ໄຟ​ລຸກໄໝ້​ເຜົາຜານ​ໃນ​ຈິດໃຈ​ຂ້ານ້ອຍ​ຢູ່. ຂ້ານ້ອຍ​ຈຶ່ງ​ພະຍາຍາມ​ລະງັບ​ມັນ​ໃຫ້​ໄດ້​ຜົນ ແຕ່​ກໍ​ທົນ​ລະງັບ​ມັນ​ຕໍ່ໄປ​ບໍ່ໄດ້.


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ນາຍເຮືອ​ໄດ້​ພົບ​ເພິ່ນ​ທີ່​ນັ້ນ ແລະ​ເວົ້າ​ຕໍ່​ເພິ່ນ​ວ່າ, “ເຈົ້າ​ມົວ​ນອນ​ຫລັບ​ຢູ່​ເຮັດ​ຫຍັງ? ຈົ່ງ​ລຸກ​ຂຶ້ນ ແລະ​ຮ້ອງ​ຫາ​ພຣະ​ຂອງ​ເຈົ້າ​ໃຫ້​ຊ່ວຍເຫລືອ. ບາງທີ​ເພິ່ນ​ອາດ​ຈະ​ເຫັນໃຈ​ພວກເຮົາ ແລະ​ໃຫ້​ພວກເຮົາ​ລອດຕາຍ​ກໍໄດ້.”


ບຸດ​ມະນຸດ​ຈະ​ໃຊ້​ຝູງ​ເທວະດາ​ຂອງຕົນ​ອອກ​ໄປ ຮວບຮວມ​ເອົາ​ອອກ​ມາ​ຈາກ​ອານາຈັກ​ຂອງ​ພຣະອົງ ຄື​ພວກ​ທີ່​ກໍ່​ເຫດ​ທັງໝົດ​ໃຫ້​ມະນຸດ​ເຮັດ​ບາບ ແລະ​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ​ທັງໝົດ


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ອັນ​ນີ້​ແມ່ນ​ງານ​ຂອງ​ພຣະເຈົ້າ ຄື​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ເຊື່ອ​ໃນ​ຜູ້​ທີ່​ພຣະເຈົ້າ​ໃຊ້​ມາ.”


ຢູ່​ຕໍ່ມາ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ຈາກ​ເມືອງ​ກິນການ ໄປ​ທີ່​ເມືອງ​ໂບກິມ. ເທວະດາ​ຕົນ​ນີ້​ໄດ້​ກ່າວ​ແກ່​ຊາວ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ແລະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ. ເຮົາ​ໄດ້​ບອກ​ພວກເຈົ້າ​ວ່າ ‘ເຮົາ​ຈະ​ບໍ່​ລຶບລ້າງ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ພວກເຈົ້າ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka