12 ບັດນີ້ໂມເຊເອີຍ ເຈົ້າຈົ່ງໄປ ເຮົາຈະຊ່ວຍເຈົ້າກ່າວ ແລະຈະບອກສິ່ງທີ່ເຈົ້າຈະກ່າວ.”
ແລ້ວພຣະອົງກໍໄດ້ສົ່ງໂມເຊຜູ້ຮັບໃຊ້ຂອງພຣະອົງໄປ ແລະສົ່ງອາໂຣນຜູ້ທີ່ພຣະອົງໄດ້ເລືອກໄວ້.
ຈົ່ງສັ່ງສອນຂ້ານ້ອຍໃຫ້ຮູ້ເຖິງພຣະປະສົງ ເພາະພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ. ຂໍໃຫ້ພຣະວິນຍານນັ້ນນຳຂ້ານ້ອຍໄປສູ່ ບ່ອນບໍ່ມີອຸປະສັກ ແລະທາງອັນລາບລື້ນ.
ຢ່າໂງ່ຈ້າດັ່ງມ້າຫລືລໍ ຊຶ່ງຖືກຄຸມດ້ວຍເຫຼັກ ຫລືເຊືອກຂວາງປາກໄວ້ ເພາະເພື່ອໃຫ້ມັນຍອມຟັງ.”
ພຣະເຈົ້າໄດ້ກ່າວວ່າ, “ເຮົາຈະຢູ່ກັບເຈົ້າ. ໝາຍສຳຄັນດັ່ງຕໍ່ໄປນີ້ຈະສຳແດງໃຫ້ເຈົ້າຮູ້ວ່າ ເຮົາເປັນຜູ້ໃຊ້ເຈົ້າໄປຄື: ເມື່ອເຈົ້ານຳພາປະຊາຊົນຂອງເຮົາອອກໄປຈາກປະເທດເອຢິບແລ້ວ ພວກເຈົ້າຈະໄດ້ນະມັດສະການເຮົາຢູ່ທີ່ເທິງພູເຂົານີ້.”
ແຕ່ໂມເຊຍັງຕອບວ່າ, “ຂໍພຣະອົງໃຊ້ຄົນອື່ນໄປສາ.”
ເຈົ້າຈົ່ງກ່າວແກ່ລາວ ແລະບອກເລື່ອງຕ່າງໆນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າກ່າວ ແລະທັງຈະບອກເຈົ້າທັງສອງວ່າຄວນຈະເຮັດຢ່າງໃດ.
ອາໂຣນຈະເປັນຜູ້ກ່າວແກ່ປະຊາຊົນຕາງເຈົ້າ ລາວຈະເປັນຜູ້ກ່າວຕາງເຈົ້າ. ສ່ວນເຈົ້າຈະເປັນດັ່ງພຣະເຈົ້າ ໂດຍບອກລາວວ່າຄວນກ່າວຫຍັງແດ່.
ພຣະອົງໃຫ້ຖ້ອຍຄຳຂອງຂ້ອຍເປັນຄືດາບຄົມໆ ແລະປົກປັກຮັກສາໄວ້ດ້ວຍມືຂອງພຣະເຈົ້າ. ພຣະອົງໄດ້ເຮັດໃຫ້ຂ້ອຍເປັນດັ່ງລູກໜ້າທະນູ ທັງແຫລມຄົມພ້ອມທີ່ຈະໃຊ້ການໄດ້ໂລດ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ພຣະອົງໄດ້ສັ່ງສອນສິ່ງທີ່ຂ້ອຍຈະເວົ້າ ເພື່ອວ່າຂ້ອຍຈະໄດ້ຊ່ວຍຜູ້ທີ່ອ່ອນແຮງ ໃຫ້ພວກເຂົາເຂັ້ມແຂງແລະມີແຮງຂຶ້ນໃໝ່. ທຸກໆເຊົ້າ ພຣະອົງໄດ້ໃຫ້ຂ້ອຍຫິວກະຫາຍ ຟັງສິ່ງທີ່ພຣະອົງກຳລັງສັ່ງສອນຂ້ອຍ.
ແລ້ວພຣະເຈົ້າຢາເວກໍເດ່ມືອອກແຕະທີ່ປາກຂອງຂ້າພະເຈົ້າ ແລະພຣະເຈົ້າຢາເວກໍກ່າວແກ່ຂ້າພະເຈົ້າວ່າ, “ເບິ່ງດູ ເຮົາກຳລັງເອົາຖ້ອຍຄຳຂອງເຮົາໃສ່ເຂົ້າໄປໃນປາກຂອງເຈົ້າເພື່ອໃຫ້ເຈົ້າກ່າວ.
ໂມເຊກ່າວຕໍ່ປະຊາຊົນວ່າ, “ດ້ວຍວິທີນີ້ ພວກເຈົ້າຈຶ່ງຈະຮູ້ວ່າ ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າມາເຮັດສິ່ງທັງໝົດນີ້ ແລະຂ້າພະເຈົ້າບໍ່ໄດ້ເລືອກເຮັດເອງ.
ແຕ່ເມື່ອເຂົາມອບເຈົ້າໄວ້ນັ້ນ ພວກເຈົ້າຢ່າເປັນທຸກຮ້ອນໃຈກ່ອນວ່າ ຈະເວົ້າຢ່າງໃດ, ແຕ່ຈົ່ງເວົ້າຕາມຖ້ອຍຄຳທີ່ພຣະເຈົ້າໂຜດໃຫ້ເຈົ້າເວົ້າ ເພາະວ່າບໍ່ແມ່ນເຈົ້າເອງເປັນຜູ້ເວົ້າ ແຕ່ແມ່ນພຣະວິນຍານບໍຣິສຸດເຈົ້າ ທີ່ເປັນຜູ້ນຳພາໃຫ້ເວົ້າ.
ວັນໜຶ່ງ ພຣະເຢຊູເຈົ້າກຳລັງພາວັນນາອະທິຖານຢູ່ໃນສະຖານທີ່ແຫ່ງໜຶ່ງ ເມື່ອພຣະເຢຊູເຈົ້າພາວັນນາອະທິຖານຈົບແລ້ວ ສາວົກຄົນໜຶ່ງກໍເວົ້າກັບພຣະອົງວ່າ, “ພຣະອົງເຈົ້າເອີຍ, ຂໍໂຜດສອນພວກຂ້ານ້ອຍໃຫ້ພາວັນນາອະທິຖານ ເໝືອນດັ່ງໂຢຮັນໄດ້ສອນພວກສິດຂອງເພິ່ນແດ່ທ້ອນ.”
ແຕ່ພຣະຜູ້ຊ່ວຍຄືພຣະວິນຍານບໍຣິສຸດເຈົ້າ ຜູ້ທີ່ພຣະບິດາເຈົ້າຈະໃຊ້ມາໃນນາມຂອງເຮົາ ອົງນັ້ນແຫຼະ ຈະສັ່ງສອນພວກເຈົ້າທຸກສິ່ງ ແລະຈະເຕືອນໃຫ້ພວກເຈົ້າລະນຶກເຖິງທຸກສິ່ງ ຊຶ່ງເຮົາໄດ້ບອກພວກເຈົ້າແລ້ວນັ້ນ.”
ແລະພາວັນນາອະທິຖານເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງໂຜດໃຫ້ຂ້າພະເຈົ້າເກີດມີໃຈກ້າຫານ ອອກປາກສະແດງຂໍ້ລັບເລິກເລື່ອງຂ່າວປະເສີດ,
ເຮົາຈະສົ່ງຜູ້ທຳນວາຍຄົນໜຶ່ງເໝືອນເຈົ້ານີ້ແຫລະ ຈາກປະຊາຊົນໃນຊາດຂອງພວກເຂົາເອງມາໃຫ້; ເຮົາຈະບອກລາວໃນສິ່ງທີ່ຈະກ່າວ ແລະລາວ ຈະບອກປະຊາຊົນທຸກໆສິ່ງຕາມທີ່ເຮົາສັ່ງ.